leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນຕີ Ravkov Andrei Alekseevich ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນຕີ Ravkov Andrei Alekseevich. ພາບ: ຈ້ອງຫາຍ.

ຕອນເຊົ້າວັນທີ 15 ພະຈິກ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນຕີ Ravkov Andrei Alekseevich. ພາຍຫຼັງພິທີຕ້ອນຮັບ, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ ເປັນຫົວໜ້າຄະນະໄດ້ດໍາເນີນການເຈລະຈາກັບຄະນະຜູ້ແທນການທະຫານຂັ້ນສູງ ສ ເບລາຣຸດ ໂດຍທ່ານພົນຕີ Ravkov Andrei Alekseevich ເປັນຫົວໜ້າຄະນະ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ຈ້ອງຫາຍ.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະຖານະການ, ໝາກຜົນ ແລະທິດທາງການພົວພັນດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານຫວຽດນາມ - ເບລາຣຸດ. ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບນຳກັນວ່າໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດຈະຮັກສາການແລກປ່ຽນຄະນະຜູ້ແທນການທະຫານທຸກຂັ້ນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ເໝາະສົມກັບກໍາລັງຄວາມສາມາດ ແລະຄວາມຕ້ອງການຂອງແຕ່ລະຝ່າຍ, ຄື: ການແລກປ່ຽນຄະນະຜູ້ແທນ, ການແລກປ່ຽນບົດຮຽນລະຫວ່າງກອງທັບສອງປະເທດ, ການບໍາລຸງສ້າງ...

leftcenterrightdel
 
leftcenterrightdel
ພິທີລົງນາມໃນບັນດາເອກະສານຮ່ວມມື. ພາບ: ຈ້ອງຫາຍ.

ພາຍຫຼັງການເຈລະຈາ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືໃນຂົງເຂດວິທະຍາສາດການທະຫານ; ແຜນການແລກປ່ຽນຄະນະໃນປີ 2019 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.

ໂດຍ: ທະນາພອນ