ທີ່ການເຈລະຈາດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີຫວຽດນາມ - ສິງກະໂປ ຄັ້ງທີ 9 ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຫງວຽນຈິວີ້ງ ແລະທ່ານ Chan Yan Kit, ເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການຢູ່ໃນໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນດາສິ່ງທ້າທາຍກ່ຽວກັບດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບສໍາລັບສອງປະເທດ ແລະປະຊາຄົມອາຊຽນ, ຄືການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່, ບັນຫາທະເລຕາເວັນອອກ...

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບຖືວ່າ, ອາຊຽນຄວນຮັກສາຄວາມ ສາມັກຄີ, ບົດບາດເປັນໃຈກາງໃນໂຄງສ້າງຄວາມໝັ້ນຄົງຢູ່ພາກພື້ນ, ພ້ອມທັງເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງບັນດາປະເທດຄູ່ຮ່ວມມືຕ່າງໆ. ກ່ຽວກັບການພົວພັນດ້ານປ້ອງກັນຊາດສອງຝ່າຍ, ສອງຝ່າຍມີຄວາມປິຕິຊົມຊື່ນໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດສືບຕໍ່ພັດທະນາຢ່າງແຮງ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງໃນບັນດາຂົງເຂດ, ພົ້ນເດັ່ນແມ່ນການແລກປ່ຽນຄະນະຂັ້ນສູງ, ບໍາລຸງສ້າງ...

ສອງຝ່າຍເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງຈະສືບຕໍ່ເສີມຂະຫຍາຍບັນດາກົນໄກເຈລະຈາ, ການຮ່ວມມືທີ່ມີຢູ່ແລ້ວ, ເຮັດໃຫ້ບັນດາເນື້ອໃນຮ່ວມມືໃນປະຈຸບັນນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ບົນພື້ນຖານຄວາມຕ້ອງການ ແລະທ່າແຮງຂອງແຕ່ລະປະເທດ. ສອງຝ່າຍເຫັນດີເປັນເອກະພາບສ້າງແຜນການຮ່ວມມືໃນ 3 ປີເພື່ອຫັນບັນດາຂົງເຂດ, ເນື້ອໃນຮ່ວມມືເປັນລາຍລະອຽດ, ເປັນພື້ນຖານຜັນຂະຫຍາຍໃນໄລຍະຈະມາເຖິງ.

ໂດຍ: ບົວພອນ