ປັດຈຸບັນ, ບ່ອນຢູ່ ແລະການດໍາເນີນຊີວິດຂອງພະນັກງານ, ແພດໝໍ, ພາລະກອນໃນກົມກອງໄດ້ຄ່ອຍໆເປັນປົກກະຕິ. ວຽກງານພະລາທິການ ແລະການດໍາເນີນຊີວິດຕາມລະບຽບຫຼວງໄດ້ປະຕິບັດນັບແຕ່ຊຸມວັນທໍາອິດ. ເຖິງວ່າຫາກໍ່ໄດ້ຜັນຂະຫຍາຍໄປເຖິງບໍລິເວນຊຶ່ງມີເຄື່ອງອຸປະກອນການແພດຍັງຂາດເຂີນກໍ່ຕາມ, ແຕ່ໂຮງໝໍກາງສະໜາມໄດ້ດໍາເນີນບັນດາການເຄື່ອນໄຫວແລກປ່ຽນວິຊາສະເພາະ, ຝຶກຊ້ອມວຽກງານການແພດກັບໂຮງໝໍກາງສະໜາມຂັ້ນສອງຂອງອັງກິດ-ເຊິ່ງແມ່ນກົມກອງຈະມອບພື້ນຖານໂຄງລ່າງຂອງໂຮງໝໍ ຢູ່ Bentiu ໃຫ້ຝ່າຍຫວຽດນາມ.

ໜັງສືພິມກອງທັບປະຊາຊົນຫວຽດນາມຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບບັນດາການເຄື່ອນໄຫວຂອງໂຮງໝໍກາງສະໜາມຂັ້ນສອງເລກ 1.

leftcenterrightdel
ຜູ້ບັນຊາການກົມກອງພ້ອມກັບບັນດາພາກສ່ວນຕ່າງໆປຶກສາຫາລືວິທີການສັບຊ້ອນບ່ອນຢູ່ ແລະຕິດຕັ້ງເຄື່ອງອຸປະກອນຢູ່ໂຮງໝໍ. ພາບ: ໝີແຮ້ງ.
leftcenterrightdel
ໂຮງໝໍກາງສະໜາມຂອງຫວຽດນາມ ແລະອັງກິດ ຝຶກຊ້ອມກໍລະນີປະຖົມພະຍາບານຜູ້ເຄາະຮ້າຍຖືກບາດເຈັບ. ພາບ: ໝີ໊ແຮ້ງ.
leftcenterrightdel
ແພດໝໍຫວຽດນາມ ສັງເກດ ແລະຮໍ່າຮຽນເອົາຂັ້ນຕອນຕາມມາດຕະຖານປະຖົມພະຍາບານຜູ້ເຄາະຮ້າຍຈາກບັນດາແພດໝໍອັງກິດ. ພາບ: ໝີແຮ້ງ.
leftcenterrightdel
ບັນດາແພດໝໍຂອງຫວຽດນາມ ແລະອັງກິດແລກປ່ຽນວິຊາສະເພາະ. ພາບ: ໝີແຮ້ງ.
leftcenterrightdel
ເຕົ້າໂຮມກົມກອງໃນຕອນເຊົ້າເພື່ອຮັກສາລະບຽບ ແລະມອບໝາຍໜ້າທີ່. ພາບ: ໝີແຮ້ງ.
leftcenterrightdel
ຂົນສົ່ງສິນຄ້າເຂົ້າເກັບຮັກສາໄວ້ຢູ່ໃນສາງ. ພາບ: ໝີແຮ້ງ.

ໂດຍ: ທູຈາງ