ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມງອັກມີງ ໃຫ້ຮູ້ວ່າ, ປີ 2017, ກະຊວງປ້ອງກັນປະເທດຫວຽດນາມ ແລະສະຫະພັນລັດເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ, ສ້າງພື້ນຖານໃຫ້ແກ່ການຊຸກຍູ້ການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດໃຫ້ມີເນື້ອແທ້ ແລະປະສິດທິຜົນແຕ່ລະກ້າວ.

leftcenterrightdel
ທ່ານພົນໂທ ຟ້າມງອັກມີງ ຕ້ອນຮັບທ່ານພົນຕີ Yu.M.Staviskiy. ພາບ: ເຟືອງລີງ.

ທ່ານພົນໂທ ຟ້າມງອັກມີງ ສະເໜີວ່າ, ໃນໄລຍະຈະມາເຖິງສອງຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນທຸກຂັ້ນໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະທັກສະວິຊາສະເພາະໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດຜ່ານການຈັດຕັ້ງການຝຶກແອບລວມ, ກອງປະຊຸມສໍາມະນາ, ການຮໍ່າຮຽນ ແລະແລກປ່ຽນນັກຊ່ຽວຊານ...

leftcenterrightdel
ທ່ານພົນໂທ ຟ້າມຫງອກມີງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ Yu.M.Staviskiy. ພາບ: ເຟືອງລີງ.

ເຫັນດີເຫັນພ້ອມກັບຂໍ້ສະເໜີຂອງທ່ານພົນໂທ ຟ້າມຫງອກມີງ, ທ່ານພົນຕີ Yu.M.Staviskiy ຢັ້ງຢືນວ່າ, ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍ, ແບ່ງປັນບົດຮຽນໃຫ້ຫວຽດນາມ ໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ, ໃນນັ້ນຈະທາບທາມຄໍາເຫັນໃຫ້ຫວຽດນາມ ຜັນຂະຫຍາຍກອງຮ້ອຍຊ່າງແສງຮັກສາສັນຕິພາບຢູ່ຄະນະປະຕິບັດງານທີ່ເໝາະສົມໃນໄລຍະຈະມາເຖິງໂດຍໄວ.

ໂດຍ: ທະນາພອນ