ທີ່ການໂອ້ລົມສົນທະນາ, ທ່ານພັນເອກພິເສດ ດິງກ໊ວກຮຸ່ງ ແລະພັນເອກ Tin Zaw Latt  ໄດ້ແນະນໍາໂດຍສັງເຂບກ່ຽວກັບສະພາບຖັນແຖວນາຍທະຫານໜຸ່ມຂອງກອງທັບສອງປະເທດ. ສອງຝ່າຍເຫັນດີໂດຍຖືວ່ານາຍທະຫານໜຸ່ມແມ່ນກໍາລັງຫຼັກແຫຼ່ງ, ປະຕິບັດບັນດາໜ້າທີ່ການເມືອງໂດຍກົງຂອງກອງທັບແຕ່ລະປະເທດ. 

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ຮວ່າງຫວູ.

ສອງຝ່າຍເຊື່ອໝັ້ນຢ່າງແນວແນ່ວ່າການພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດເວົ້າລວມ ແລະກໍາລັງນາຍທະຫານໜຸ່ມເວົ້າສະເພາະຈະມີບາດກ້າວພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ.

leftcenterrightdel
ພັນເອກພິເສດ ດິງກ໊ວກຮຸ່ງ, ຫົວໜ້າຄະນະຊາວໜຸ່ມກອງທັບທີ່ການໂອ້ລົມສົນທະນາ. ພາບ: ຮວ່າງຫວູ.
leftcenterrightdel
ຄະນະນາຍທະຫານໜຸ່ມບັນດາກໍາລັງປະກອບອາວຸດມຽນມາ ທີ່ການໂອ້ລົມສົນທະນາ. ພາບ: ຮວ່າງຫວູ.

ສອງຝ່າຍເຫັນດີຈະເປັນເສນາທິການໃຫ້ແກ່ຂັ້ນເທິງຈັດຕັ້ງການພົບປະແລກປ່ຽນນາຍທະຫານໜຸ່ມລະຫວ່າງກອງທັບປະຊາຊົນຫວຽດນາມ ແລະບັນດາກໍາລັງປະກອບອາວຸດມຽນມາ ໃຫ້ເປັນການເຄື່ອນໄຫວປະຈໍາປີ; ສືບຕໍ່ສະເໜີເພີ່ມທະວີການຮ່ວມມືໃນຂົງເຂດການກໍ່ສ້າງ, ບໍາລຸງ, ຝຶກອົບຮົມໃຫ້ຖັນແຖວພະນັກງານນາຍທະຫານໜຸ່ມ ແລະໃນບັນດາຂົງເຂດເຄື່ອນໄຫວອື່ນໆ; ເສີມຂະຫຍາຍບົດບາດຂອງກໍາລັງນາຍທະຫານໜຸ່ມກອງທັບສອງປະເທດແມ່ນກໍາລັງຫຼັກແຫຼ່ງໃນການຊຸກຍູ້ການພົວພັນລະຫວ່າງກອງທັບ ແລະປະຊາຊົນຫວຽດນາມ-ມຽນມາ...

ໂດຍ: ຮວ່າງເຈື່ອງ