leftcenterrightdel
ພິທີຕ້ອນຮັບທ່ານພົນໂທ ເລືອງເກື່ອງ ແລະຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ. ພາບ: ກວນຖຸຍ.

ຕອນບ່າຍວັນທີ 18 ກັນຍາ, ທ່ານພົນໂທ ເລືອງເກື່ອງ ແລະຄະນະພະນັກງານໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ແລະທ່ານພົນໂທ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບທ່ານພົນໂທ ເລືອງເກື່ອງ. ພາບ: ກວນຖຸຍ.

ທີ່ການຕ້ອນຮັບ, ທ່ານ ບຸນຍັງ ວໍລະຈິດ ແລະທ່ານພົນໂທ ຈັນສະໝອນ ຈັນຍາລາດ ຖືວ່າການຢ້ຽມຢາມຈະປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ; ປະກອບສ່ວນຊຸກຍູ້ການພົວພັນດ້ານປ້ອງກັນຊາດເວົ້າລວມ ແລະການຮ່ວມມືລະຫວ່າງສອງກົມໃຫຍ່ການເມືອງຂອງກອງທັບສອງປະເທດ ເວົ້າສະເພາະ.

leftcenterrightdel
 ທ່ານພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບທ່ານພົນໂທ ເລືອງເກື່ອງ. ພາບ: ກວນຖຸຍ.
leftcenterrightdel
 ທ່ານພົນໂທ ຈັນສະໝອນ ຈັນຍາລາດ ແລະທ່ານພົນໂທ ເລືອງເກື່ອງ. ພາບ: ກວນຖຸຍ.

ສ່ວນທ່ານພົນໂທ ເລືອງເກື່ອງ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ຮ່ວມມືກັບກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ, ປະກອບສ່ວນປັບປຸງດ້ານແນວຄິດການເມືອງຂອງພັກໃນກອງທັບ, ຊຸກຍູ້ການພົວພັນດ້ານປ້ອງກັນຊາດ ແລະເພີ່ມພູນຄູນສ້າງສາຍພົວພັນລວມລະຫວ່າງສອງປະເທດ, ສອງກອງທັບ.

 

ໂດຍ: ເຈິ່ນຮວ່ຽນ