ໂດຍໄດ້ຮັບຄໍາເຊີນຂອງທ່ານພົນໂທ ວິໄລ ຫຼ້າຄໍາຟອງ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະທ່ານພົນເອກ Neang Phat, ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກກຳປູເຈຍ, ຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນໂທ ເລືອງເກື່ອງ, ເລຂາທິການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ນຳໜ້າ, ຢ້ຽມຢາມ ສປປ ລາວ ແລະລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 18-22 ກັນຍາ.

ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ແລກປ່ຽນ, ເຫັນດີເປັນເອກະພາບບັນດາເນື້ອໃນ, ມາດຕະການເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກັບກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະກົມໃຫຍ່ການບໍລິການກະຊວງປ້ອງກັນປະເທດກຳປູເຈຍ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ກັບປະຊາຊົນ, ກອງທັບສອງປະເທດລາວ ແລະກຳປູເຈຍ.

ໂດຍ: ແສງເພັດ