ເຂົ້າຮ່ວມກອງປະຊຸມເຈລະຈາ Seoul ຄັ້ງທີ 7 ມີບັນດາການນໍາດ້ານປ້ອງກັນຊາດ, ນັກຊ່ຽວຊານທີ່ມາຈາກ 51 ປະເທດ ແລະ 3 ອົງການຈັດຕັ້ງສາກົນ. ກອງປະຊຸມເຈລະຈາປີນີ້ມີຫົວຂໍ້ຕົ້ນຕໍແມ່ນ “ສັນຕິພາບຍືນຍົງ - ຈາກການປະທະກັນຕະຫຼອດຮອດການຮ່ວມມື”  ແລະລວມມີທັງ 4 ວາລະປຶກສາຫາລືຄົບຄະນະກ່ຽວກັບ: ການປອດນິວເຄຼຍຢູ່ແຫຼມເກົາຫຼີ ແລະລະບອບລະບຽບການສັນຕິພາບ; ສ້າງຄວາມດຸ່ນດ່ຽງຍຸດທະສາດຢູ່ອາຊີຕາເວັນອອກສ່ຽງເໜືອ; ຮ່ວມມືກ່ຽວກັບຄວາມໝັ້ນຄົງທາງທະເລ; ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ.

leftcenterrightdel
ບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມເຈລະຈາດ້ານປ້ອງກັນຊາດ Seoul ຄັ້ງທີ 7. ພາບ: ບ໊າວຈູງ.

ກ່າວຄໍາເຫັນທີ່ວາລະໄຂກອງປະຊຸມເຈລະຈາ, ທ່ານ Song Young-moo ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ຊີ້ແຈ້ງວ່າ ແຫຼມເກົາຫຼີ ພວມຢືນຢູ່ຕໍ່ໜ້າໄລຍະປະຫວັດສາດເພື່ອກ້າວໄປເຖິງສັງກາດສັນຕິພາບ ແລະການຮ່ວມມື. ທ່ານ Song Young-moo ໃຫ້ຮູ້ວ່າ, ສ.ເກົາຫຼີ ຈະບໍ່ພາດບໍ່ວ່າໂອກາດໃດ, ຈະເຮັດທຸກສິ່ງທຸກຢ່າງ ແລະພວມປຸກລະດົມທຸກແຫຼ່ງກໍາລັງເພື່ອຊຸກຍູ້ວິວັດທະນາການສັນຕິພາບ.

ທີ່ວາລະປຶກສາຫາລືຄົບຄະນະ ຄັ້ງທີ 2, ບັນດານັກຊ່ຽວຊານຮຽກຮ້ອງເພີ່ມຄວາມມານະພະຍາຍາມຫຼຸດຜ່ອນການກະທົບແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ໃຫ້ຢູ່ໃນລະດັບຕ່ຳສຸດເພື່ອຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ.

ວາລະປຶກສາຫາລືຄົບຄະນະຄັ້ງທີ 3 ກ່ຽວກັບບັນຫາຮ່ວມມືປ້ອງກັນຄວາມໝັ້ນຄົງທາງທະເລ. ກ່າວຄໍາເຫັນທີ່ວາລະປະຊຸມນີ້, ທ່ານພົນຈັດຕະວາ ດັ້ງກວາງມິງ, ຮັບຜິດຊອບຫົວໜ້າສະຖາບັນຍຸດທະສາດການປ້ອງກັນຊາດຫວຽດນາມ ຊີ້ແຈ້ງວ່າ, ການຮ່ວມມືປ້ອງກັນຄວາມໝັ້ນຄົງທາງທະເລພວມພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາບູລິມະສິດແຖວໜ້າໃນບັນດາກົນໄກຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ. ເຖິງຢ່າງໃດກໍ່ຕາມ, ສະພາບການຄວາມໝັ້ນຄົງທາງທະເລຢູ່ພາກພື້ນໃນໄລຍະຜ່ານມາສືບຕໍ່ມີການຜັນແປຢ່າງສັບສົນ, ປະສິດທິຜົນໃນການຮ່ວມມືໃນດ້ານດັ່ງກ່າວຍັງມີຂໍ້ຈໍາກັດ ແລະສິ່ງທ້າທາຍ, ວິວັດການສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຜົນປະໂຫຍດຂອງຊາດລະຫວ່າງບັນດາປະເທດຍັງມີຄວາມແຕກຕ່າງກັນຫຼາຍຢ່າງ. ສະພາບການຂັດແຍ້ງດ້ານຊັບພະຍາກອນຢູ່ທະເລນັບມື້ນັບມີການຜັນແປຢ່າງສັບສົນ...

ຕໍ່ສະພາບການຕົວຈິງນັ້ນ, ເພື່ອເພີ່ມທະວີປະສິດທິຜົນການຮ່ວມມື, ແກ້ໄຂບັນດາບັນຫາຄວາມໝັ້ນຄົງທາງທະເລ ຢູ່ອາຊີ-ປາຊີຟິກ ຢ່າງມີປະສິດທິຜົນ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ສະເໜີບັນດາປະເທດເຊີດຊູຈິດໃຈເຄົາລົບກົດໝາຍ, ເຄົາລົບຫຼັກໝັ້ນ ແລະຫຼັກການສະເພາະຂອງກັນ; ເພີ່ມທະວີສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ; ເສີມຂະຫຍາຍບົດບາດຂອງບັນດາກົນໄກຮ່ວມມືໂດຍອາຊຽນສວມບົດບາດເປັນໃຈກາງກວ່າອີກ.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມເຈລະຈາດ້ານປ້ອງກັນຊາດ ເຊີອູນ ຄັ້ງທີ 7, ທ່ານພົນໂທ ຫງວຽນຈີ໋ວີ້ງ ໄດ້ມີການພົບປະກັບທ່ານນາງ Lee Mikyung, ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA).

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ພົບປະກັບທ່ານນາງ Lee Mikyung, ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA). ພາບ: ບ໊າວຈູງ.

ທີ່ການພົບປະ, ທ່ານ ຫງວຽນຈີ໋ວີ້ງ ຊີ້ແຈ້ງວ່າ, ຫວຽດນາມ ແລະສ.ເກົາຫຼີ ມີການຮ່ວມມືແທດຈິງຫຼາຍຢ່າງ, ໃນນັ້ນມີການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານ ຫງວຽນຈີ໋ວີ້ງ ສະແດງຄວາມຂອບໃຈ ແລະຕີລາຄາສູງເລື່ອງ KOICA ໄດ້ໜູນຊ່ວຍບັນດາໂຄງການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ. ທ່ານນາງ Lee Mikyung  ຢ້ັງຢືນວ່າ, KOICA ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນມີການບໍາລຸງສ້າງຊັບພະຍາກອນມະນຸດເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ.

ໂດຍ: ທູຈາງ