ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ລາວ, ກອງບັນຊາການທະຫານຊາຍແດນ ແລະກົມໃຫຍ່ປ້ອງກັນຄວາມສະຫງົບລາວ ຈະດໍາເນີນການແລກປ່ຽນສະພາບການ, ປະເມີນຜົນສອງປີແຫ່ງການປະຕິບັດບົດບັນທຶກຮ່ວມມືລະຫວ່າງສອງຝ່າຍໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ ເຊິ່ງລົງນາມໃນວັນທີ 16 ມິຖຸນາ 2018 ຢູ່ແຂວງເທື່ອທຽນເຫວ້, ຫວຽດນາມ.

leftcenterrightdel
ທ່ານພົນຕີ ຮວ່າງຊວນຈ໋ຽນ, ກໍາມະການສູນກາງພັກ, ກໍາມະການຄະນະພັກການທະຫານສູນກາງ, ຜູ້ບັນຊາການທະຫານຊາຍແດນ. ພາບ: qdnd.vn.

ນີ້ແມ່ນໂອກາດເພື່ອແນໃສ່ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງກອງບັນຊາການທະຫານຊາຍແດນ ແລະກົມໃຫຍ່ປ້ອງກັນຄວາມສະຫງົບລາວ.

ໃນໄລຍະຜ່ານມາ, ທະຫານຊາຍແດນຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກົມໃຫຍ່ປ້ອງກັນຄວາມສະຫງົບຂອງກະຊວງປ້ອງກັນຄວາມສະຫງົບລາວ ໃນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງສອງປະເທດ, ປະກອບສ່ວນສ້າງເສັ້ນຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

 

ໂດຍ: ເກື່ອງດັ້ງ