leftcenterrightdel
ພິທີຕ້ອນຮັບຄະນະທີ່ທ່າກຳປັ່ນ ຕຽນຊາ. ພາບ: qdnd.vn.

ພິທີຕ້ອນຮັບກຳປັ່ນທີ່ທ່າກຳປັ່ນ ຕຽນຊາ ມີການເຂົ້າຮ່ວມຂອງການນຳ ແລະຜູ້ຕາງໜ້າຂອງສອງຝ່າຍ. ໃນນັ້ນ, ຝ່າຍ ຫວຽດນາມ ມີຜູ້ຕາງໜ້າກອງບັນຊາການເຂດ 3 ທະຫານເຮືອ, ກົມຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ), ກອງບັນຊາການທະຫານຊາຍແດນນະຄອນດ່າໜັງ, ກອງບັນຊາການທະຫານນະຄອນດ່າໜັ້ງ ແລະພະແນກພົວພັນຕ່າງປະເທດນະຄອນດ່າໜັງ. ກ່ຽວກັບຝ່າຍ ສ.ເກົາຫຼີ ມີທ່ານ Kim Do-hyun, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ; ບັນດາສະມາຊິກປະຊາຄົມຊາວ ສ.ເກົາຫຼີ ປະຈຳ ດ່າໜັງ.

leftcenterrightdel
ການນຳບັນດາອົງການ, ກົມກອງຂອງ ຫວຽດນາມ ແລະກອງບັນຊາການ, ລູກເຮືອກຳປັ່ນຂັບໄລ່ ROKS Moon Mu The Great ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn.

ຕາມເນື້ອໃນລາຍການຂອງການຢ້ຽມຢາມ, ກຸ່ມບັນຊາກຳປັ່ນ ຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນດ່າໜັ້ງ, ກອງບັນຊາການທະຫານເຮືອເຂດ 3. ລູກເຮືອກຳປັ່ນທະຫານເຮືອ ສ.ເກົາຫຼີ ຢ້ຽມຢາມບາງທັດສະນີຍະພາບຢູ່ນະຄອນດ່າໜັ້ງ. ກ່ອນທີ່ຈະເດີນທາງອອກຈາກທ່າກຳປັ່ນ ຕຽນຊາ, ກຳປັ່ນຂັບໄລ່ ROKS Moon Mu The Great ຈະຈັດຕັ້ງການຝຶກຊ້ອມລວມກັບກຳປັ່ນທະຫານເຮືອຫວຽດນາມ.

 

ໂດຍ: ທູຮັ່ງ