ຕ້ອນຮັບຄະນະມີທ່ານພັນເອກ ຫງວຽນແທງຟອງ, ຮອງຫົວໜ້າການເມືອງກອງບັນຊາການນະຄອນໂຮ່ຈິມິນ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດລາຍການພົບປະແລກປ່ຽນຂອງຄະນະນາຍທະຫານໜຸ່ມກອງທັບອິນເດຍ ຢູ່ຫວຽດນາມ. 

leftcenterrightdel
ນາຍທະຫານໜຸ່ມກອງທັບອິນເດຍ ພົບປະແລກປ່ຽນກັບນາຍທະຫານໜຸ່ມກໍາລັງປະກອບອາວຸດນະຄອນໂຮ່ຈິມິນ. ພາບ: ມີງເຟືອງ.
leftcenterrightdel
ທ່ານພັນເອກ ຫງວຽນແທງຟອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານຮ້ອຍເອກ Ankit Agarwal. ພາບ: ມີງເຟືອງ.

ໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນ, ອົບອຸ່ນເຕັມໄປດ້ວຍນໍ້າໃຈມິດຕະພາບ, ບັນດານາຍທະຫານໜຸ່ມສອງຝ່າຍໄດ້ຮັບຟັງການແນະນໍາໂດຍສັງເຂບກ່ຽວກັບພື້ນຖານວັດທະນະທໍາ, ປະຫວັດສາດມູນເຊື້ອແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງແຕ່ລະປະເທດ; ກໍ່ຄືກ່ຽວກັບສະພາບການເມືອງ, ເສດຖະກິດ, ການທະຫານໃນໄລຍະຜ່ານມາ. ນອກຈາກນັ້ນ, ສອງຝ່າຍກໍ່ດຳເນີນການພົບປະແລກປ່ຽນ, ແລກປ່ຽນບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນນໍ້າໃຈສາມັກຄີລະຫວ່າງໄວໜຸ່ມສອງປະເທດ.

leftcenterrightdel
ນາຍທະຫານໜຸ່ມຫວຽດນາມ ແລະອິນເດຍ ຖ່າຍຮູບເປັນທີ່ລະນຶກ. ພາບ: ມີງເຟືອງ.

ກ່ອນໜ້ານັ້ນ, ຄະນະນາຍທະຫານໜຸ່ມກອງທັບອິນເດຍ ໄດ້ໄປຢ້ຽມຢາມ ແລະພົບປະແລກປ່ຽນຢູ່ໂຮງງານ X51 (ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ) ແລະຢ້ຽມຊົມບາງທັດສະນີຍະພາບຢູ່ນະຄອນໂຮ່ຈິມິນ.

ໂດຍ: ຫງວຽນກຸກ