ເຂົ້າຮ່ວມພິທີໄຂ, ຝ່າຍຫວຽດນາມ ມີທ່ານພົນຈັດຕະວາ ເລດຶກແມ້ງ, ຮອງຫົວໜ້າກົມພະນັກງານ (ກົມໃຫຍ່ການເມືອງ), ຝ່າຍອົດສະຕາລີ ມີທ່ານ Stephen Moore ຜູ້ຮັກສາການຫົວໜ້າກົມນະໂຍບາຍສາກົນ ກະຊວງປ້ອງກັນປະເທດອົດສະຕາລີ ພ້ອມກັບບັນດານາຍທະຫານ, ຄູສອນພາສາຕ່າງປະເທດຂຶ້ນກັບກອງທັບຂອງບັນດາປະເທດ: ຫວຽດນາມ, ອົດສະຕາລີ, ກຳປູເຈຍ, ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ຕີມໍ ຕາເວັນອອກ ແລະ ຕອງກາ.

leftcenterrightdel
ທ່ານພົນຈັດຕະວາ ເລດຶກແມ້ງ ກ່າວຄໍາເຫັນໄຂກອງປະຊຸມສຳມະນາ. ພາບ: qdnd.vn.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານພົນຈັດຕະວາ ເລດຶກແມ້ງ ຢືນຢັນວ່າ RELS ແມ່ນເວທີປາໄສສຳຄັນເພື່ອໃຫ້ນາຍທະຫານບຳລຸງສ້າງພາສາຕ່າງປະເທດ ປະເທດຕ່າງໆແລກປ່ຽນຄວາມຮູ້, ບົດຮຽນໃນວຽກງານຈັດຕັ້ງ, ສິດສອນ ແລະລົງຝຶກງານພາສາອັງກິດ, ເໝາະສົມກັບຈຸດພິເສດສະເພາະຂອງກອງທັບແຕ່ລະປະເທດ. 

ເນັ້ນໜັກບົດບາດຂອງພາສາຕ່າງປະເທດໃນບັນດາການເຄື່ອນໄຫວຮ່ວມມືສາກົນ, ທ່ານ Stephen Moore ໃຫ້ຮູ້ວ່າ, ພາສາຕ່າງປະເທດ ແມ່ນປັດໄຈສຳຄັນຊ່ວຍໃຫ້ທຸກຝ່າຍແລກປ່ຽນເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ

RELS ຖືກຜັດປ່ຽນກັນຈັດຕັ້ງສອງປີເທື່ອໜຶ່ງຢູ່ບັນດາປະເທດ. ນີ້ແມ່ນຄັ້ງທີ 3 ທີ່ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ຄາດຄະເນວ່າກອງປະຊຸມສຳມະນາຈະດຳເນີນເຖິງວັນທີ 17 ສິງຫາ.

ແປໂດຍ: ທູຮັ່ງ