ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ພາກພື້ນ ແລະໃນໂລກ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ຫົວໜ້າຄະນະສອງທ່ານໄດ້ຮັບຮອງເອົາຜົນແຫ່ງການເຮັດວຽກຂອງກຸ່ມປະຕິບັດງານຮ່ວມກ່ຽວກັບການຮ່ວມມືປ້ອງກັນຊາດຫວຽດນາມ - ຟິລິບປີນ ທີ່ດໍາເນີນໃນຕອນເຊົ້າວັນດຽວກັນ. ທ່ານພົນໂທ ຫງວຽນຈີ໋ວີ້ງ ແລະທ່ານພົນຕີ Cardozo Luna ຖືວ່າ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ຟິລິບປີນ ໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຕາມຂອບເຂດບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືປ້ອງກັນຊາດສອງຝ່າຍ ເຊິ່ງໄດ້ລົງນາມໃນປີ 2010.

leftcenterrightdel
ບັນຍາກາດທີ່ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ຟິລິບປີນ ຄັ້ງທີ 3. ພາບ: ວັນຮ໋ຽວ.
leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ຖ່າຍຮູບກັບທ່ານພົນຕີ Cardozo Luna ແລະຄະນະ. ພາບ: ວັນຮ໋ຽວ.

ສອງຝ່າຍກໍ່ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດ, ພ້ອມທັງເພີ່ມທະວີການຮ່ວມມືແລກປ່ຽນຄະນະຜູ້ແທນ, ທະຫານເຮືອ, ຊອກຫາກູ້ຊີບ - ກູ້ໄພ, ພະລາທິການ, ອຸດສາຫະກໍາປ້ອງກັນຊາດ...

ໂດຍ: ຫງວຽນກຸກ