ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຊົມເຊີຍທ່ານພົນຈັດຕະວາ Tony Davies ມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ; ຢືນຢັນວ່າ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນຊຸມປີຜ່ານມາໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ນິວຊີແລນ. ເນື່ອງໃນໂອກາດນີ້, ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງປ້ອງກັນປະເທດນິວຊີແລນ ໄດ້ໜູນຊ່ວຍບໍາລຸງສ້າງພາສາອັງກິດໃຫ້ກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລກປ່ຽນກັບທ່ານພົນຈັດຕະວາ Tony Davies. ພາບ: ວັນຮ໋ຽວ.

ສ່ວນທ່ານພົນຈັດຕະວາ Tony Davies ກໍ່ຂອບໃຈທ່ານພົນໂທ ຟານວັນຢາງ ໄດ້ສະຫຼະເວລາຕ້ອນຮັບຄະນະ ແລະແຈ້ງໝາກຜົນການເຈລະຈາກ່ອນນັ້ນກັບທ່ານພົນໂທ ຟ້າມງອັກມິງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ Tony Davies. ພາບ: ວັນຮ໋ຽວ.

ຕີລາຄາສູງໝາກຜົນການເຈລະຈາ, ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ການນໍາກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ກອງທັບຫວຽດນາມ ແລະນິວຊີແລນ ຊຸກຍູ້ການຮ່ວມມື, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ຄວາມເຊື່ອໝັ້ນເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ສອງກອງທັບ.

 

ແປໂດຍ: ເກື່ອງດັ້ງ