ທີ່ກອງປະຊຸມເຈລະຈາ, ສອງຝ່າຍຖືວ່າໃນໄລຍະຜ່ານມາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການຍູ້ແຮງຢ່າງບໍ່ຢຸດຢັ້ງ ແລະພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ບັນລຸປະສິດທິຜົນຢ່່າງແທດຈິງ. ສອງຝ່າຍໄດ້ປະຕິບັດເນື້ອໃນບັນດາເອກະສານທີ່ໄດ້ລົງນາມ ກໍ່ຄື ບັນດາຂໍ້ຕົກລົງຂອງການນໍາກະຊວງປ້ອງກັນປະເທດສອງປະເທດ. ບັນດາກົນໄກຮ່ວມມື ຄື: ການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ກອງປະຊຸມກຸ່ມຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ການທາບທາມຄໍາເຫັນນາຍທະຫານເປັນເສນາທິການທະຫານເຮືອ, ທະຫານບົກ ແລະທະຫານອາກາດ, ໂຄງການແລກປ່ຽນນາຍທະຫານໜຸ່ມໄດ້ຮັກສາ, ເປີດກວ້າງ ແລະເສີມຂະຫຍາຍເປັນຢ່າງດີ. ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບໄດ້ຮັບການຊຸກຍູ້, ບັນດາຂົງເຂດຮ່ວມມືອື່ນໆ ຄື: ການບໍາລຸງສ້າງພະນັກງານ, ອຸດສາຫະກໍາປ້ອງກັນຊາດ, ການຮັກສາສັນຕິພາບຂອງສະຫະປະຊາຊາດ, ການຄົ້ນຄວ້າຍຸດທະສາດ, ການສືບຂ່າວປ້ອງກັນຊາດ, ການສົມທົບຫຼັກໝັ້ນໃນບັນດາເວທີປາໄສຫຼາຍຝ່າຍໄດ້ຮັບການເປີດກວ້າງ ແລະເຂົ້າສູ່ລວງເລິກ.

leftcenterrightdel
ກອງປະຊຸມເຈລະຈາຍະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ອິນເດຍ ຄັ້ງທີ 11. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວ ຕາມບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ໃນນັ້ນມີຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ ຫວຽດນາມ-ອິນເດຍ ໄລຍະ 2015-2020; ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ຮັກສາ ແລະຍົກສູງປະສິດທິຜົນຂອງບັນດາກົນໄກເຈລະຈາ; ທາບທາມຄໍາເຫັນ, ການພົບປະແລກປ່ຽນ; ເພີ່ມທະວີການຮ່ວມມືໃນຂົງເຂດບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ຜັນຂະຫຍາຍການຮ່ວມມືລະຫວ່າງເຫຼົ່າທັບ-ເຫຼົ່າຮົບ; ຍູ້ແຮງການຮ່ວມມືໃນຂົງເຂດອຸດສາຫະກໍາປ້ອງກັນຊາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ແບ່ງປັນບົດຮຽນກ່ຽວກັບການຈັດຕັ້ງ, ການຝຶກແອບກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ...

 

ແປໂດຍ: ທູຈາງ