ຕາງໜ້າຄະນະປະຕິບັດງານ, ທ່ານພັນເອກພິເສດ ຮ່າແມ້ງເຕື່ອງ ໄດ້ແນະນໍາກັບສູນກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ ແລະພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມໃນເກືອບ 70 ປີຜ່ານມາ. ໜັງສືພິມກອງທັບປະຊາຊົນຫວຽດນາມ ແມ່ນໜຶ່ງໃນບັນດາອົງການສື່ມວນຊົນໃຫຍ່ຂອງຫວຽດນາມ. ປະຈຸບັນພວມຢູ່ໃນວິວັດການພັດທະນາ ເພື່ອກາຍເປັນອົງການສື່ສານຫຼາຍປະເພດແນໃສ່ເພີ່ມທະວີວຽກງານໂຄສະນາແຜນນະໂຍບາຍ, ນະໂຍບາຍຂອງລັດຫວຽດນາມ ໃນການພັດທະນາເສດຖະກິດ-ສັງຄົມ, ວັດທະນະທໍາ, ການສຶກສາ...

leftcenterrightdel
ຜູ້ຕາງໜ້າສູນຖະແຫຼງຂ່າວ, ກໍາລັງປ້ອງກັນໜ້າດິນຍີ່ປຸ່ນ ແນະນໍາກັບຄະນະກ່ຽວກັບການເຄື່ອນ ໄຫວຂອງສູນ. ພາບ: qdnd.vn.
leftcenterrightdel
ຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ຖ່າຍຮູບກັບບັນດາສະມາຊິກຂອງສູນ. ພາບ: qdnd.vn.

ເມື່ອແລກປ່ຽນກັບຄະນະ, ທ່ານພັນຕີ Ken Yasui, ຜູ້ຮັບຜິດຊອບສູນຖະແຫຼງຂ່າວກໍາລັງປ້ອງກັນໜ້າດິນຍີ່ປຸ່ນ ໄດ້ແນະນໍາວິວັດແຫ່ງການສ້າງຕັ້ງ ແລະພັດທະນາຂອງສູນ. ສູນໄດ້ຮັບການສ້າງຕັ້ງໃນປີ 2002, ມີໜ້າທີ່ຕົ້ນຕໍແມ່ນຖະແຫຼງຂ່າວກ່ຽວກັບກໍາລັງປ້ອງກັນໜ້າດິນກັບປະຊາຊົນຍີ່ປຸ່ນ, ເພື່ອແນໃສ່ປະກອບສ່ວນກໍ່ສ້າງຮູບພາບຂອງກໍາລັງປ້ອງກັນໜ້າດິນຍີ່ປຸ່ນ.

 

ແປໂດຍ: ຫງວຽນກຸກ