leftcenterrightdel
ບັນຍາກາດທີ່ພິທີໄຂຊຸດຝຶກອົບຮົມ. ພາບ: ເທ໋ແອງ.

ໃນໄລຍະ 3 ເດືອນ (ແຕ່ວັນທີ 3 ກໍລະກົດ ຫາວັນທີ 27 ກັນຍາ), ນັກສຳມະນາກອນຈະໄດ້ບຳລຸງບັນດາຄວາມຮູ້ກ່ຽວກັບການຈັດຕັ້ງ, ຮັບປະກັນການຕິດຕໍ່ສື່ສານຂັ້ນຍຸດທະວິທີໃຫ້ພະນັກງານສື່ສານ; ປັບປຸງ, ຍົກສູງລະດັບການຈັດຕັ້ງ, ບັນຊາຮັບປະກັນການຕິດຕໍ່ສື່ສານ, ຕອບສະໜອງໄດ້ຄວາມຮຽກຮ້ອງຂອງການຝຶກແອບ, ກຽມພ້ອມສູ້ຮົບ ແລະສູ້ຮົບທີ່ບັນດາກົມກອງສື່ສານ; ບຳລຸງຍົກສູງຄວາມຮູ້ ແລະກຳລັງຄວາມສາມາດສິດສອນໃຫ້ຄູອາຈານສອນກ່ຽວກັບການສື່ສານຂອງກອງທັບປະຊາຊົນລາວ ເພື່ອແນໃສ່ຕອບສະໜອງໜ້າທີ່ສຶກສາບຳລຸງສ້າງໃນເງື່ອນໄຂໃໝ່. ພາຍຫຼັງຈົບຊຸດຝຶກອົບຮົມ, ກະຊວງປ້ອງກັນປະເທດຫວຽດນາມ ຈະມອບໃບຢັ້ງຢືນຮຽນຈົບໃຫ້ແກ່ບັນດານັກສຳມະນາກອນ.

ຊຸດຝຶກອົບຮົມຄັ້ງນີ້ມີພະນັກງານກະຊວງປ້ອງກັນປະເທດລາວ ເຂົ້າຮ່ວມ 35 ຄົນ.

 

ແປໂດຍ: ຮຸຍດົງ