ໃນຂອບເຂດການຢ້ຽມຢາມ, ຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານຈອມພົນ Min Aung Hlaing, ຜູ້ບັນຊາການສູງສຸດບັນດາກໍາລັງປະກອບອາວຸດ; ພົບປະເຈລະຈາກັບທ່ານພົນຕີ Sein Win, ລັດຖະມົນຕີກະຊວງປ້ອງກັນປະເທດມຽນມາ.

ທີ່ບັນດາການພົບປະແລກປ່ຽນ, ບັນດາການນໍາມຽນມາ ເນັ້ນໜັກເຖິງສາຍພົວພັນສອງປະເທດ, ສອງກອງທັບມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ສອງຝ່າຍເຫັນດີເປັນເອກະພາບຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ, ໃນນັ້ນເນັ້ນໜັກເຖິງບາງຂົງເຂດຮ່ວມມືທີ່ໄດ້ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງໃນເບື້ອງຕົ້ນ ຄື ການບໍາລຸງສ້າງ, ເສນາຮັກ ແລະອຸດສາຫະກໍາປ້ອງກັນຊາດ. ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບກັນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຊຸກຍູ້ການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ, ພະລາທິການ, ເສນາຮັກ.

leftcenterrightdel
ບັນດາຜູ້ແທນທີ່ພິທີເປີດສະຫຼອງເຄືອຂ່າຍ MyTel ຢູ່ມຽນມາ. ພາບ: qdnd.vn.

ວັນທີ 9 ມິຖຸນາ, ທ່ານພົນໂທ ເຈິ່ນເດິນ ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມພິທີເປີດສະຫຼອງການບໍລິການໂທລະຄົມມະນາຄົມຢູ່ຕະຫຼາດ ມຽນມາ (ເອີ້ນຫຍໍ້ວ່າ MyTel). ໂຄງການດັ່ງກ່າວແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ. ທີ່ພິທີ, ການນໍາມຽນມາ ຢືນຢັນວ່າຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ, ໃນນັ້ນມີວິສາຫະກິດປ້ອງກັນຊາດ ມາລົງທຶນ, ທໍາມາຫາກິນຢູ່ມຽນມາ.

ຢູ່ນອກການຢ້ຽມຢາມ, ຄະນະໄດ້ໄປຢ້ຽມຢາມວິທະຍາຄານປ້ອງກັນຊາດມຽນມາ, ສະຖານທູດ ແລະຫ້ອງການທູດປ້ອງກັນປະເທດຫວຽດນາມ ປະຈໍາ ມຽນມາ.

 

ແປໂດຍ: ເຈິ່ນຮວ່ຽນ