leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານລັດຖະມົນຕີ Song Young – moo. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານລັດຖະມົນຕີ Song Young – moo ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.

ທີ່ການເຈລະຈາ, ທ່ານພົນເອກ ໂງຊວນລິກ ໄດ້ຢັ້ງຢືນວ່າ, ຖືເປັນສໍາຄັນເລື່ອງພັດທະນາການພົວພັນຢ່າງໝັ້ນຄົງ, ຍາວນານກັບ ສ.ເກົາຫຼີ, ສ້າງການຫັນປ່ຽນຢ່າງແຮງໃນການຮ່ວມມືດ້ານປ້ອງກັນຊາດກວ່າອີກ, ໂດຍສະເພາະແມ່ນຜັນຂະຫຍາຍຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຮອດປີ 2030 ລະຫວ່າງສອງກະຊວງປ້ອງກັນປະເທດຫວຽດນາມ ແລະສ.ເກົາຫຼີ ໄດ້ຮັບການລົງນາມໃນເດືອນ ເມສາ 2018 ຢ່າງມີປະສິດທິຜົນ.

leftcenterrightdel
ສອງຝ່າຍດໍາເນີນການເຈລະຈາ. ພາບ: ຈ້ອງຫາຍ.

ທ່ານລັດຖະມົນຕີ Song Young – moo ຖືວ່າ, ໃນຊຸມປີຜ່ານມາ, ການພົວພັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດ ຫວຽດນາມ-ສ.ເກົາຫຼີ ພວມໄດ້ຮັບການພັດທະນາຢ່າງແຮງໃນຫຼາຍຂົງເຂດ. ສ.ເກົາຫຼີ ຢັ້ງຢືນວ່າຖືເປັນສຳຄັນຖານະ, ບົດບາດໃຈກາງຂອງຫວຽດນາມ ໃນ ອາຊຽນ ກໍ່ຄືຢູ່ພາກພື້ນອາຊີຕາເວັນອອກ. ທີ່ການເຈລະຈາ, ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານພ້ອມກັນແລກປ່ຽນບັນຫາທີ່ກ່ຽວຂ້ອງເຖິງສະພາບຄວາມໝັ້ນຄົງ, ໂລກ, ພາກພື້ນ...

leftcenterrightdel
ພິທີລົງນາມໃນ “ບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ ສ.ເກົາຫຼີ. ພາບ: ຈ້ອງຫາຍ.

ສິ້ນສຸດການເຈລະຈາ, ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນ “ບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ ສ.ເກົາຫຼີ ກ່ຽວກັບການໜູນຊ່ວຍພະລາທິການເຊິ່ງກັນ ແລະກັນໃນບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍໄພພິບັດ”.

 

ແປໂດຍ: ຫງວຽນກຸກ