leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານພົນໂທ ສຸວອນ ເລືອງບຸນມີ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ. 

ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ໄດ້ເຈລະຈາກັບທ່ານພົນໂທ ສຸວອນ ເລືອງບຸນມີ. ທີ່ການເຈລະຈາ, ທ່ານພົນໂທ ຟານວັນຢາງ ແລະທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ເຫັນດີເປັນເອກະພາບນຳກັນວ່າໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສອງກົມໃຫຍ່ເສນາທິການໄດ້ຜັນຂະຫຍາຍຢ່າງຮອບດ້ານ, ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ປັບປຸງນໍ້າໃຈສາມັກຄີ, ມິດຕະພາບລະຫວ່່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ເຈລະຈາກັບທ່ານພົນໂທ ສຸວອນ ເລືອງບຸນມີ. ພາບ: ຈ້ອງຫາຍ.

ສອງຝ່າຍໄດ້ເພີ່ມທະວີການສົມທົບກັນລະຫວ່າງກຳລັງປ້ອງກັນຊາຍແດນເປັນປະຈຳ ເພື່ອຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍະກຳຂ້າມຊາຍແດນປະເພດຕ່າງໆຢ່າງມີປະສິດທິຜົນ, ພິເສດແມ່ນອາດຊະຍະກຳຄ້າຂາຍຢາເສດຕິດ. 

ທ່ານພົນໂທ ສຸວອນ ເລືອງບຸນມີ ຢັ້ງຢືນວ່າ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນ, ເຊິ່ງການນໍາຂັ້ນສູງ ແລະການນໍາກອງທັບສອງຝ່າຍໄດ້ເອົາໃຈໃສ່ຊຸກຍູ້. ທ່ານພົນໂທ ສຸວອນ ເລືອງບຸນມີສະແດງຄວາມເຊື່ອໝັ້ນວ່າສາຍພົວພັນອັນດີງາມລະຫວ່າງກອງທັບສອງປະເທດຈະປະກອບສ່ວນປັບປຸງ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດກວ່າອີກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ.

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຟານວັນຢາງ ແລະທ່ານພົນໂທ ສຸວອນ ເລືອງບຸນມີ ເຫັນດີເປັນເອກະພາບນຳກັນວ່າ, ສອງຝ່າຍຄວນເພີ່ມທະວີການຮ່ວມມືບໍາລຸງສ້າງພະນັກງານ, ນັກສໍາມະນາກອນການທະຫານລາວ ຢູ່ບັນດາວິທະຍາຄານ, ໂຮງຮຽນຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ ກວ່າອີກ...

 

ແປໂດຍ: ຫງວຽນກຸກ