ເຂົ້າຮ່ວມພິທີລົງນາມມີທ່ານພົນຕີ ເລຮຸຍວີ້ງ, ກໍາມະການສູນກາງພັກ, ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ; ທ່ານ Michael Greene,  ຜູ້ອຳນວຍການ USAID ປະຈຳ ຫວຽດນາມ; ພ້ອມກັບຜູ້ຕາງໜ້າບັນດາອົງການຂອງກະຊວງປ້ອງກັນປະເທດຫວຽດນາມ ແລະ USAID.

leftcenterrightdel
ທ່ານພົນຕີ ເລຮຸຍວີ້ງ ແລະທ່ານ Michael Greene ລົງນາມໃນຂໍ້ຕົກລົງ. ພາບ: ວັນຮ໋ຽວ.

ເພື່ອກຳຈັດມົນລະພິດດີໂອຊິນ ຢູ່ບຽນຮວ່າ ຄາດຄະເນຄ່າໃຊ້ຈ່າຍແມ່ນ  390 ລ້ານໂດລາສະຫະລັດ ແລະວິວັດການກຳຈັດຈະສໍາເລັດໃນໄລຍະ 10 ປີ .

ບຽນຮວ່າ ແມ່ນຈຸດທີ່ມີມົນລະພິດດີໂອຊິນ ຕົກຄ້າງຫຼາຍທີ່ສຸດຢູ່ຫວຽດນາມ ແລະການກຳຈັດມົນລະພິດດີໂອຊິນ ສໍາເລັດຢູ່ເຂດນີ້ຈະປະກອບສ່ວນເຮັດໃຫ້ຫຼຸດຜ່ອນໄພອັນຕະລາຍທີ່ສົ່ງຜົນສະທ້ອນເຖິງສຸຂະພາບຂອງມະນຸດ.

ນັບແຕ່ປີ 2000 ເປັນຕົ້ນມາ, ອາເມລິກາ ຮ່ວມມືກັບຫວຽດນາມ ເພື່ອແກ້ໄຂບັນດາບັນຫາມະນຸດສະທຳ ແລະຜົນຮ້າຍຢ້ອນຫຼັງຈາກສົງຄາມ, ລວມມີ: ມ້າງທຳລາຍລະເບີດ, ໝາກມິນບໍ່ທັນແຕກທີ່ຍັງຕົກຄ້າງແຕ່ປາງສົງຄາມ, ລ້າງທາດພິດສີສົ້ມ/ດີໂອຊີນ.

 

ແປໂດຍ: ເຈິ່ນຮວ່ຽນ