ກຳປັ່ນໂຮງໝໍໝາຍເລກ 561 ເຂົ້າຮ່ວມກຸ່ມຍຸດທະວິທີປະຕິບັດໜ້າທີ່ການຝຶກຊ້ອມເນື້ອໃນຊອກຫາ, ກູ້ໄພ ແລະໜູນຊ່ວຍມະນຸດສະທຳ.  ກຸ່ມຍຸດທະວິທີ 18.2 ໂດຍກຳປັ່ນ Kri Sultan Iskandar Muda-367 ຂອງປະເທດເຈົ້າພາບ ອິນໂດເນເຊຍ ບັນຊາ.

ການຝຶກຊ້ອມ KOMODO ເທິງທະເລແມ່ນຂັ້ນຕອນສຸດທ້າຍໃນການຝຶກຊ້ອມ MNEK 2018. ຍ້ອນມີການກະກຽມຢ່າງລະອຽດ, ກຳລັງທະຫານເຮືອປະຊາຊົນຫວຽດນາມ ພ້ອມກັບກຳປັ່ນໂຮງໝໍໝາຍເລກ 561 ໄດ້ສົມທົບກັບທະຫານເຮືອ ແລະກຳປັ່ນບັນດາປະເທດປະຕິບັດບັນດາເນື້ອໃນຝຶກຊ້ອມເທິງທະເລຢ່າງຄົບຖ້ວນ, ຊັດເຈນ, ປະກອບສ່ວນເຂົ້າໃນຜົນງານລວມຂອງ MNEK 2018.

leftcenterrightdel
ທ່ານພັນເອກພິເສດ ເລຮົ່ງຈ໋ຽນ, ຮອງຜູ້ບັນຊາການທະຫານເຮືອເຂດ 4, ຫົວໜ້າຄະນະມອບໜ້າທີ່ ໃຫ້ຄະນະປະຕິບັດງານ. ພາບ: ໝີ໊ແຮ້ງ.

ທ່ານພັນເອກພິເສດ ເລຮົ່ງຈ໋ຽນ, ຮອງຜູ້ບັນຊາການທະຫານເຮືອເຂດ 4, ຫົວໜ້າຄະນະປະຕິບັດງານໃຫ້ຮູ້: “ຄະນະປະຕິບັດງານ ແລະກຳປັ່ນໝາຍເລກ 561 ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະສຳເລັດບັນດາເນື້ອໃນການຝຶກຊ້ອມທະຫານເຮືອຫຼາຍຝ່າຍ KOMODO 2018, ໄດ້ຮັບການຕີລາຄາສູງຈາກປະເທດເຈົ້າພາບ. ໝາກຜົນໃຫຍ່ຫຼວງທີ່ພວກເຮົາບັນລຸໄດ້ເມື່ອ ເຂົ້າຮ່ວມການຝຶກຊ້ອມໃນຄັ້ງນີ້ແມ່ນໄດ້ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈກັບກຳລັງທະຫານເຮືອບັນດາປະເທດ. ພວກເຮົາຖອດຖອນບົດຮຽນໃນວຽກງານສົມທົບ, ປະສົມປະສານໃນສະພາບແວດລ້ອມຫຼາຍຝ່າຍສາກົນໄດ້ຫຼາຍທີ່ສຸດ.

ຕອນບ່າຍ 9-5, ການຝຶກຊ້ອມ MNEK 2018  ໄດ້ສິ້ນສຸດລົງຢ່າງຈົບງາມ. ຫຼັງຈາກນັ້ນ, ບັນດາກຳປັ່ນໄດ້ເດີນທາງກັບຄືນປະເທດຕາມແຜນການ.

 

ແປໂດຍ: ຮຸຍດົງ