ຕອນບ່າຍວັນທີ 7 ພຶດສະພາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໋ວີ້ງ, ກໍາມະການສູນກາງພັັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໄດ້ໃຫ້ການຕ້ອນຮັບ ທ່ານພັນເອກ  Aung Kyaw Oo, ທູດທະຫານ-ທະຫານເຮືອ-ທະຫານອາກາດ ມຽນມາ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດ ແລະທ່ານພົນຈັດຕະວາ Aung Zeya ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ເປັນທູດທະຫານ-ທະຫານເຮືອ-ທະຫານອາກາດ ມຽນມາ ປະຈໍາຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ  Aung Kyaw Oo. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວີ້ງ ຕ້ອນຮັບທ່ານພັນເອກ  Aung Kyaw Oo. ພາບ: qdnd.vn.

ເມື່ອເນັ້ນໜັກເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະພ້ອມກັນເປັນສະມາຊິກອາຊຽນ ຂອງສອງປະເທດ, ທ່ານພົນໂທ ຫງວຽນຈີ໋ວີ້ງ, ຢືນຢັນວ່າຫວຽດນາມ ຖືເປັນສໍາຄັນການພົວພັນຮ່ວມມືດ້ານປ້ອງກັນຊາດກັບມຽນມາ. ທ່ານພົນໂທ ຫງວຽນຈີ໋ວີ້ງ, ຕີລາຄາສູງບັນດາການປະກອບສ່ວນຂອງທ່ານພັນເອກ  Aung Kyaw Oo ໃນອາຍຸການປະຕິບັດໜ້າທີ່ຂອງຕົນ ໄດ້ປະກອບສ່ວນຊຸກຍູ້ການພົວພັນປ້ອງກັນຊາດ ຫວຽດນາມ-ມຽນມາ. ທ່ານພົນໂທ ຫງວຽນຈີ໋ວີ້ງ ກໍ່ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂເພື່ອທ່ານພົນຈັດຕະວາ Aung Zeya ປະຕິບັດສຳເລັດໜ້າທີ່ປະຕິບັດງານຂອງຕົນ.

ສ່ວນທ່ານພັນເອກ  Aung Kyaw Oo ສະແດງຄວາມຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ໄດ້ສ້າງເງື່ອນໄຂສະດວກໃນອາຍຸການປະຕິບັດງານຜ່ານມາ. ໃນຂະນະນັ້ນ, ທ່ານພົນຈັດຕະວາ Aung Zeya ກໍ່ສະແດງຄວາມປາດຖະໜາຢາກ ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍ ມຽນມາ-ຫວຽດນາມ.

 

ແປໂດຍ: ເຈິ່ນຮວ່ຽນ