leftcenterrightdel
ກໍາປັ່ນຂົນສົ່ງຜູ້ບັນຊາການທະຫານເຮືອອິນໂດເນເຊຍ ເດີນສວນສະໜາມໄປຜ່ານກໍາປັ່ນໂຮງໝໍໝາຍເລກ 561 ຂອງຫວຽດນາມ. ພາບ: ໝີ໊ແຮ້ງ.

ກ່າວຄໍາເຫັນທີ່ພິທີໄຂ, ຜູ້ບັນຊາການທະຫານເຮືອອິນໂດເນເຊຍ, ທ່ານພົນເອກ  Ade Supandi ເນັ້ນໜັກວ່າ, ປັດຈຸບັນ, ການຝຶກຊ້ອມເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ, ລວມມີການປ້ອງກັນ ແລະຕ້ານໄພທໍາມະຊາດ ພວມແມ່ນຄວາມເອົາໃຈໃສ່ລວມ. ຄຳຂວັນຂອງການຝຶກຊ້ອມ  Komodo 2018 ແມ່ນ “ຮ່ວມມືກັນຮັບມືກັບໄພພິບັດທໍາມະຊາດ ແລະໜູນຊ່ວຍມະນຸດສະທໍາ” ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືລະຫວ່າງທະຫານເຮືອບັນດາປະເທດໃນພາກພື້ນ ເພື່ອແນໃສ່ບັນລຸໄດ້ບັນດາຄວາມມານະພະຍາຍາມສູງສຸດເພື່ອສະກັດກັ້ນ, ຮັບມືຢ່າງທັນການ, ກະກຽມຄວາມພ້ອມ, ເຕືອນໄພໂດຍໄວ, ຫຼຸດຜ່ອນຄວາມເສຍຫາຍ, ກູ້ໄພຮີບດ່ວນ, ຟື້ນຟູ ແລະສ້າງການຮັບມືກັບບັນດາບັນຫາໄພພິບັດດ້ານມະນຸດສະທໍາຄືນໃໝ່.

leftcenterrightdel
ລາຍການສະແດງຕີກອງ Gendang ທີ່ພິທີໄຂການຝຶກຊ້ອມ Komodo 2018. ພາບ: ໝີ໊ແຮ້ງ.

ພາຍຫຼັງພິທີໄຂ, ເປີດສາກແມ່ນການໂດດຈ້ອງຢ່າງປະທັບໃຈຂອງກໍາລັງທະຫານອາກາດທະຫານເຮືອປະເທດເຈົ້າພາບ ອິນໂດເນເຊຍ ຄໍ່ານັບຮັບຕ້ອນເຫດການໃຫຍ່ໄດ້ຈັດຕັ້ງຢູ່ເກາະ Lombok. ຕໍ່ໄປແມ່ນເຮືອບິນນັບສິບລໍາ ລວມມີເຮືອບິນລາດຕະເວນບົນທະເລ, ຍົນເອລີກົບແຕຂອງທະຫານເຮືອປະເທດເຈົ້າພາບ ພ້ອມກັບບາງປະເທດເຂົ້າຮ່ວມໄດ້ສະແດງບັນດາເຕັກນິກບິນທີ່ຄ່ອງແຄ່ວເທິງທ້ອງຟ້າເຂດທ່າກໍາປັ່ນ Lembar.

leftcenterrightdel
ການສະແດງການບິນທີ່ງາມຕາ ຂອງກໍາລັງທະຫານອາກາດທະຫານເຮືອອິນໂດເນເຊຍ. ພາບ: ໝີ໊ແຮ້ງ.

ຫຼັງຈາກນັ້ນ ພິທີເດີນສວນສະໜາມກໍາປັ່ນທະຫານເຮືອສາກົນ ໄດ້ດໍາເນີນຢູ່ເຂດທ່າກໍາປັ່ນ Lembar ດ້ວຍການເຂົ້າຮ່ວມຂອງກໍາປັ່ນປະເພດຕ່າງໆ 50 ລໍາຂອງບັນດາປະເທດເຂົ້າຮ່ວມ Komodo 2018, ໃນນັ້ນມີກໍາປັ່ນໂຮງໝໍໝາຍເລກ 561 ຂອງທະຫານເຮືອປະຊາຊົນຫວຽດນາມ.

ໃນວັນດຽວກັນ, ບັນດາການເຄື່ອນໄຫວຝຶກຊ້ອມບັນຊາການເປັນເສນາທິການຢູ່ທ່າກໍາປັ່ນ ກໍ່ໄດ້ດໍາເນີນດ້ວຍການເຂົ້າຮ່ວມຂອງໜ່ວຍເສນາທິການສູ້ຮົບທະຫານເຮືອປະຊາຊົນຫວຽດນາມ ແລະບັນດາປະເທດ. ໜ່ວຍເສນາທິການສູ້ຮົບທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມປຶກສາຫາລື, ປະກອບຄໍາຄິດເຫັນທີ່ກອງປະຊຸມສໍາມະນານັກຊ່ຽວຊານທີ່ສຸມໃສ່ເຂົ້າບັນດາຫົວຂໍ້ ຄື: ກົນໄກຮັບເອົາການຊ່ວຍເຫຼືອຈາກປະຊາຄົມສາກົນໃນການກູ້ຊ່ວຍມະນຸດສະທໍາ-ຫຼຸດຜ່ອນໄພທໍາມະຊາດ; ກົນໄກແກ້ໄຂຄົນລີ້ໄພ ແລະຂໍລີ້ໄພ; ໂຈນສະລັດ ແລະພວກປຸ້ນຈີ້ມີອາວຸດ; ອາດຊະຍາກໍາຂ້າມຊາດ; ບັນດາບັນຫາມະນຸດສະທໍາ.

ຄຽງຂ້າງບັນດາການເຄື່ອນໄຫວຕົ້ນຕໍ, ວັນທີ 5 ພຶດສະາ, ບັນດາການເຄື່ອນໄຫວອື່ນໃນຂອບເຂດ MNEK 2018 ກໍ່ໄດ້ດໍາເນີນ, ລວມມີການຜັນຂະຫຍາຍໂຄງການຊ່າງແສງພົນລະເຮືອນ ແລະການແພດປະຊາຄົມພ້ອມກັບບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ ຄື: ການເດີນຂະບວນຕາມທ້ອງຖະໜົນ, ການແລກປ່ຽນວັດທະນະທໍາ, ສິລະປະ.

 

ແປໂດຍ: ທູຈາງ