ທີ່ການຕ້ອນຮັບ, ສອງຝ່າຍພ້ອມກັນຖືວ່າ, ໃນໄລຍະກວ່າ 40 ປີຜ່ານມາ, ການພົວພັນຮ່ວມມື ຫວຽດນາມ-ການາດາ ໄດ້ມີບາດກ້າວພັດທະນາສໍາຄັນຫຼາຍຢ່າງ. ບົນພື້ນຖານການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະການາດາ, ກະຊວງປ້ອງກັນປະເທດສອງປະເທດ ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ສຸມໃສ່ເຂົ້າບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ອຸດສາຫະກໍາປ້ອງກັນຊາດ, ການສຶກສາ ແລະບໍາລຸງສ້າງ...

leftcenterrightdel
ທ່ານພົນໂທ ຟ້າມຫງອກມີງ ແລກປ່ຽນກັບທ່ານພົນຈັດຕະວາ Kevin Cotton. ພາບ: ໂຄ໊ງມີງແຄ໋ງ.

ສອງຝ່າຍກໍ່ພວມສືບຕໍ່ການຄົ້ນຄວ້າ ເພື່ອສ້າງບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການພົບປະນອກເວທີປາໄສສາກົນ, ການຮ່ວມມືກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ບໍາລຸງສ້າງນາຍທະຫານ, ສະກັດກັ້ນ, ຕ້ານການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ...

 

ແປໂດຍ: ເຈິ່ນຮວ່ຽນ