ການຢ້ຽມຢາມແນໃສ່ແລກປ່ຽນບັນດາເນື້ອໃນ ແລະມາດຕະການຢ່າງລະອຽດໃນເລື່ອງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຍີ່ປຸ່ນ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ສອງກອງທັບເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນ ແລະ ໃນໂລກກວ່າອີກ.

ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາບາງຮູບພາບກ່ຽວກັບການເຄື່ອນໄຫວຂອງທ່ານພົນເອກ ໂງຊວນລິກ ໃນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ.

leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ກວດແຖວກຽດຕິຍົດໃນພິທີຕ້ອນຮັບຢ່າງເປັນທາງການ ຢູ່ກະຊວງປ້ອງກັນປະເທດ ຍີ່ປຸ່ນ. ພາບ: ທູຈາງ. 
leftcenterrightdel
ທ່ານລັດຖະມົນຕີ ໂງຊວນລິກ ແລະຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ພົບປະເຈລະຈາກັບຝ່າຍຍີ່ປຸ່ນ. ພາບ: ທູຈາງ.
leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Onodera Itsunori ທີ່ພິທີລົງນາມໃນຖະແຫຼງການວິໄສທັດກ່ຽວກັບການພົວພັນດ້ານປ້ອງກັນຊາດສອງຝ່າຍ. ພາບ: ທູຈາງ.
leftcenterrightdel
ທ່ານລັດຖະມົນຕີ ໂງຊວນລິກ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ. ພາບ: ທູຈາງ.
leftcenterrightdel
ທ່ານລັດຖະມົນຕີ ໂງຊວນລິກ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ ວິທະຍາຄານເສນາຮັກ ແລະມະຫາວິທະຍາໄລ Jutendo ຍີ່ປຸ່ນ. ພາບ: ທູຈາງ.
leftcenterrightdel
ທ່ານລັດຖະມົນຕີ ໂງຊວນລິກ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Kato Hitoshi ເລຂາທິການໃຫຍ່ສະມາຄົມມິດຕະພາບ ຍີ່ປຸ່ນ-ຫວຽດນາມ ນະຄອນ Sakai. ພາບ: ທູຈາງ.

 

ແປໂດຍ: ເຈິ່ນຮວ່ຽນ