ປີນີ້, ແຕ່ວັນທີ 27 ມີນາ ຮອດວັນທີ 9 ເມສາ, 12 ຄະນະປະຕິບັດງານລວມມີ: ກອງບັນຊາການທະຫານເຂດ 5 (2 ຄະນະໂດຍທ່ານພົນຕີ ຫງວຽນລອງກ໋າງ, ຜູ້ບັນຊາການທະຫານເຂດ ແລະທ່ານພົນຈັດຕະວາ ດວ່ານກ໋ຽວ, ຮອງຜູ້ບັນຊາການທະຫານເຂດນໍາໜ້າຄະນະ), ກອງບັນຊາການທະຫານຂອງ 9 ແຂວງ, ນະຄອນ (ດ່ານັ້ງ, ກວາງນາມ, ກວາງຫງ້າຍ, ບິ່ງດີ້ງ, ແຄ໋ງຮວ່າ, ດັກລັກ, ດັກນົງ, ຢາລາຍ, ກອນຕູມ) ແລະຄະນະເສດຖະກິດ-ປ້ອງກັນຊາດ 207 ໄດ້ໄປຢ້ຽມຢາມ, ອວຍພອນບັນດາທ້ອງຖິ່ນ, ກໍາລັງປະກອບອາວຸດປະເທດເພື່ອນມິດ, ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານດີເດັ່ນ ແລະກວດພະຍາດ, ໃຫ້ຄໍາປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາ, ມອບຂອງຂວັນ, ໜູນຊ່ວຍສ້ອມແປງເຮືອນຊານໃຫ້ແກ່ປະຊາຊົນ, ມອບເຂົ້າໜົມໃຫ້ແກ່ພວກນ້ອງນ້ອຍເຍົາວະຊົນອະນຸຊົນ 3 ແຂວງ Ratanakiri, Mondulkiri, Stung Treng (ກໍາປູເຈຍ) ແລະ 4 ແຂວງ ເຊກອງ, ອັດຕະປື, ຈໍາປາສັກ, ສາລະວັນ (ລາວ).

leftcenterrightdel
ທ່ານພົນຕີ ຫງວຽນລອງກ໋າງ, ຜູ້ບັນຊາການທະຫານເຂດ 5 ໄປຢ້ຽມຢາມ, ອວຍພອນບຸນປີໃໝ່, ມອບຂອງຂວັນໃຫ້ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ ຈໍາປາສັກ (ລາວ). ພາບ: ຊວນເຟຶອກ.
leftcenterrightdel
ທ່ານພົນຈັດຕະວາ ດວ່ານກ໋ຽວ, ຮອງຜູ້ບັນຊາການທະຫານເຂດ 5 ໄປຢ້ຽມຢາມ, ອວຍພອນບຸນປີໃໝ່, ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງ​ບັນ​ຊາ​ການ​ທະ​ຫານ ແຂວງ Mondulkiri, ກໍາປູເຈຍ. ພາບ: ວັນໄມ.

ກ່ອນທີ່ຈະເດີນທາງ, ບັນດາຄະນະປະຕິບັດງານໄດ້ຊອກຮູ້ກ່ຽວກັບຮີດຄອງປະເພນີຂອງປະເທດເພື່ອນມິດ, ສະພາບເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ຊາບຊຶມລະບຽບວິໄນຂົນຂວາຍປະຊາຊົນຢ່າງເຂັ້ມງວດ. ດ້ວຍທັດສະນະ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ບັນດາຂອງຂວັນ, ຢາປົວພະຍາດ, ອຸປະກອນການແພດກະກຽມໃຫ້ການເດີນທາງຄັ້ງນີ້ໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນ. ໂດຍໄດ້ຮັບຂ່າວວ່າມີທະຫານຫວຽດນາມ ມາຢ້ຽມຢາມ, ຈາກບັນດາບ້ານທີ່ຫ່າງໄກ, ພໍ່ແມ່ປະຊາຊົນສອງປະເທດເພື່ອນມິດໄດ້ຊວນກັນຕື່ນແຕ່ເຊົ້າ, ໄປເຖິງບັນດາສະຖານທີ່ພົບປະດ້ວຍຄວາມກະຕືລືລົ້ນ, ເຖິງວ່າຕ້ອງຜ່ານໄລຍະທາງທີ່ຍາວໄກ, ດ້ວຍບັນດາຊ່ອງພູກໍ່ຕາມ, ແຕ່ບັນດາທ່ານໝໍຍາມໃດກໍ່ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ. ເພື່ອແນໃສ່ແກ້ໄຂສິ່ງກີດຂວາງດ້ານພາສາ, ບັນດານາຍໝໍ-ທ່ານໝໍ, ແພດການຢາລ້ວນແຕ່ຍາດເວລາຮຽນບັນດາຄໍາທັກທາຍເພື່ອສະດວກໃນການກວດພະຍາດ, ແນະນໍາການນໍາໃຊ້ຢາປິ່ນປົວພະຍາດ.

ຜ່ານນາຍແປພາສາໂຄສະນາວິທີການສະກັດກັ້ນ ແລະຕ້ານພະຍາດຕິດແປດທໍາມະດາ, ໃຫ້ຄໍາປຶກສາໃນການສົ່ງເສີມສຸຂະພາບ, ຮັກສາສຸຂະພາບ, ພິເສດແມ່ນໃນຊຸມວັນບຸນປີໃໝ່ປະຈໍາຊາດ, ສ້າງຄວາມອຸ່ນອ່ຽນໃຈ, ຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ. ຄວາມປິຕິຊົມຊື່ນ, ເບີກບານມ່ວນຊື່ນແມ່ນຄວາມຮູ້ສຶກລວມຂອງພໍ່ແມ່ປະຊາຊົນຢູ່ບ່ອນທີ່ມີບັນດາຄະນະປະຕິບັດງານມາ. ປະຊາຊົນຫຼາຍຄົນໄດ້ສະແດງຄວາມຕື້ນຕັນໃຈວ່າ: “ຢາຂອງຫວຽດນາມ ດີຫຼາຍ, ນາຍໝໍທະຫານທັງເກັ່ງ, ທັງສຸດຈິດສຸດໃຈ. ມື້ນີ້ໄດ້ຮັບຂອງຂວັນ, ຮັບຢາ, ຂອບໃຈທະຫານຫວຽດນາມ ຫຼາຍທີ່ສຸດ”. ບັນດາການເດີນທາງໄປປະຕິບັດງານໄດ້ດໍາເນີນໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ເຕັມໄປດ້ວຍນໍ້າໃຈມິດຕະພາບ.

ບັນດາຂອງຂວັນຢ່າງແທດຈິງ, ເຕັມໄປດ້ວຍສາຍຈິດມິດໃຈ, ບັນດາຄໍາຢ້ຽມຢາມຖາມຂ່າວຢ່າງສຸດຈິດສຸດໃຈ ແລະຄໍາອວຍພອນອັນດີງາມທີ່ສຸດຂອງບັນດາຄະນະປະຕິບັດງານທະຫານເຂດໄດ້ປະກອບສ່ວນນໍາມາເຊິ່ງບຸນປີໃໝ່ປະຈໍາຊາດທີ່ອົບ ອຸ່ນ, ເບີກບານມ່ວນຊື່ນ, ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບລະຫວ່າງສາມປະເທດຫວຽດນາມ-ລາວ-ກໍາປູເຈຍ.

 

ແປໂດຍ: ຫງວຽນກຸກ