ວັນທີ 19 ມີນາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໋ວິ້ງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Kelly McKeague, ຜູ້ອຳນວຍການອົງການກວດກາໄລ່ລຽງສະເລີຍເສິກ ແລະຄົນຫາຍສາບສູນ-ກະຊວງປ້ອງກັນປະເທດ ອາເມລິກາ (DPAA) ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິ້ງ ແລກປ່ຽນກັບທ່ານ Kelly McKeague. ພາບ: ແອງຫວູ.

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໋ິວິ້ງ ແລະ ທ່ານ Kelly McKeague ເນັ້ນໜັກເຖິງການຮ່ວມມືກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນໜຶ່ງໃນບັນດາຂົງເຂດບຸລິມະສິດຂອງຫວຽດນາມ ແລະ ອາເມລິກາ, ແມ່ນກຳລັງໜູນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດ; ພ້ອມທັງເຫັນດີຖືວ່າການເຄື່ອນໄຫວຊອກຫາທະຫານຫາຍສາບສູນມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ.

ທ່ານພົນໂທ ຫງວຽນຈີ໋ວິ້ງ ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ຊົມເຊີຍທຸກຂໍ້ລິເລີ່ມທີ່ເໝາະສົມເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຊອກຫາທະຫານຫາຍສາບສູນ ແລະການຮ່ວມມືລະຫວ່າງສອງປະເທດໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍ່ປາດຖະໜາວ່າສອງຝ່າຍສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ເພື່ອແນໃສ່ຊ່ວຍປະຊາຊົນສອງປະເທດເຂົ້າໃຈກ່ຽວກັບບັນດາຄວາມຫຍຸ້ງຍາກ ແລະຜົນສຳເລັດໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ແປໂດຍ: ກວຽດເຕີມ