ຕອນບ່າຍວັນທີ 15 ມີນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ຟ້າມຮົ່ງເຮືອງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ໄດ້ໃຫ້ການຕ້ອນຮັບຄະນະນັກຊ່ຽວຊານການທະຫານກະຊວງປ້ອງກັນປະເທດລັດເຊຍ, ໂດຍທ່ານພົນຈັດຕະວາ Tsekov Oleg Mussovich, ຜູ້ບັນຊາການກອງພົນໃຫຍ່ເລກທີ 5, ທະຫານເຂດພາກຕະເວັນອອກ, ເປັນຫົວໜ້າຄະນະເນື່ອງໃນໂອກາດຄະນະພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

leftcenterrightdel
ທ່ານພົນຕີ ຟ້າມຮົ່ງເຮືອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ Tsekov Oleg Mussovich. ພາບ: ເຟືອງລີງ.

ທີ່ການຕ້ອນຮັບ, ທ່ານພົນຕີ ຟ້າມຮົ່ງເຮືອງ ຕີລາຄາສູງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ; ຢືນຢັນວ່າການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດພວມດີງາມທີ່ສຸດ, ສະແດງໃຫ້ເຫັນຜ່ານບັນດາການຢ້ຽມຢາມຂອງການນໍາຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ. ທ່ານພົນຕີ ຟ້າມຮົ່ງເຮືອງ ເຊື່ອໝັ້ນວ່າສອງຝ່າຍຈະເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການສູ້ຮົບ, ການຮ່ວມມືໃນຂົງເຂດບໍາລຸງສ້າງ...

ເຫັນດີເຫັນພ້ອມກັບຄວາມເຫັນຂອງທ່ານພົນຕີ ຟ້າມຮົ່ງເຮືອງ, ທ່ານພົນຈັດຕະວາ Tsekov Oleg Mussovich ສະເໜີວ່າໃນໄລຍະຈະມາເຖິງສອງຝ່າຍສືບຕໍ່ຮ່ວມມືໃນຂົງເຂດການທະຫານຢ່າງແໜ້ນແຟ້ນກວ່າອີກ.

 

ແປໂດຍ: ເຈິ່ນຮວ່ຽນ