leftcenterrightdel
ທ່ານ Thomas Modly ຮອງລັດຖະມົນຕີທະຫານເຮືອ ຕ້ອນຮັບທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ຕ້ອນຮັບທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ມີທ່ານ Thomas Modly ຮອງລັດຖະມົນຕີທະຫານເຮືອ, ທ່ານ Patrick Murphy ຮອງຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ພ້ອມທ່ານພົນເຮືອຈັດຕະວາ Roy Kelly ຜູ້ບັນຊາການກໍາລັງທະຫານອາກາດ ມະຫາສະໝຸດອັດລັງຕິກ ຢືນຢັນວ່າ, ອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືກັບຫວຽດນາມ, ອາຊຽນ ແລະພາກພື້ນ; ເຊື່ອໝັ້ນວ່າການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະເປີດກວ້າງທັງສອງຝ່າຍ ແລະຫຼາຍຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ອາຊີ-ປາຊີຟິກ. ທ່ານ Thomas Modly  ຮອງລັດຖະມົນຕີທະຫານເຮືອ ຕີລາຄາສູງຕໍ່ການຢ້ຽມຢາມກໍາປັ່ນບັນທຸກເຮືອບິນ USS George H.W. Bush, ຖືນີ້ເປັນເຫດການສະແດງໃຫ້ເຫັນການພັດທະນາລວມລະຫວ່າງການພົວພັນສອງປະເທດຢ່າງຈະແຈ້ງ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

leftcenterrightdel
ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ, ທ່ານ Patrick Murphy  ຮອງຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ແລະຮ້ອຍເອກ Chris Hill ຢູ່ຫ້ອງບັນຊາກໍາປັ່ນ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທ່ານເອກອັກຄະລັດຖະທູດ  ຟ້າມກວາງວິງ ຢືນຢັນວ່າ, ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ, ໃນນັ້ນມີການຢ້ຽມຢາມຂອງກໍາປັ່ນບັນທຸກເຮືອບິນອາເມລິກາ ເຖິງຫວຽດນາມ ເຊິ່ງຄາດຄະເນຈະດຳເນີນໃນເດືອນ ມີນາ ຈະມາເຖິງ, ບໍ່ພຽງແຕ່ສະແດງໃຫ້ເຫັນການພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງສອງປະເທດໃນການເຂົ້າຮ່ວມຄວາມມານະພະຍາຍາມລວມຂອງພາກພື້ນເພື່ອແນໃສ່ຮັກສາສັນຕິພາບ, ການພັດທະນາ ແລະຄວາມເຄົາລົບກົດໝາຍສາກົນ, ກໍ່ຄືການເຂົ້າຮ່ວມບັນດາການເຄື່ອນໄຫວກູ້ຊ່ວຍມະນຸດສະທໍາລວມ.

 

ແປໂດຍ: ຈາງຫງວຽນ