ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຫງວຽນຫາຍບັ່ງ ເຂົ້າຢ້ຽມຂໍ່ານັບຕາມພິທີການທູດຢູ່ສໍານັກງານກະຊວງ ປ້ອງກັນປະເທດໄທ ໃນວັນທີ 22 ກຸມພາ, ທ່ານ Prawit Wongsuwan ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ເນັ້ນໜັກວ່າ, ສາຍພົວພັນລະຫວ່າງໄທ ແລະຫວຽດນາມ ແມ່ນມີແຕ່ດົນນານແລ້ວ ແລະບໍ່ພຽງແຕ່ແມ່ນຄູ່ຮ່ວມມືຍຸດທະສາດເທົ່ານັ້ນ ຫາກຍັງແມ່ນສອງປະເທດຖານບ້ານໃກ້ເຮືອນຄຽງ, ອ້າຍນ້ອງຢ່າງໃກ້ຊິດສະໜິດສະໜົມ, ພ້ອມທັງຢັ້ງຢືນວ່າ ໄທ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

leftcenterrightdel
                 ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ Prawit Wongsuwan ຊົມເຊີຍສອງປະເທດກະກຽມກອງປະຊຸມຄະນະລັດຖະບານລວມຄັ້ງທີ 4 ໃນເຄິ່ງທ້າຍປີ 2018 ຢູ່ຫວຽດນາມ ແລະແຈ້ງໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກໄທ Prayut Chan-ocha ຈະເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ (GMS) ຢູ່ຮ່າໂນ້ຍ ໃນເດືອນ ມີນາ 2018. ທ່ານກໍ່ຢັ້ງຢືນວ່າ ໄທ ຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ, ສືນຕໍ່ຮັກສາການແລກປ່ຽນທຸກຂັ້ນ, ທຸກກົນໄກທີ່ມີຢູ່ແລ້ວຄືການເຈລະຈາຍຸດທະສາດດ້ານປ້ອງກັນຊາດ; ກຸ່ມປະຕິບັດງານລວມກ່ຽວກັບດ້ານການເມືອງ-ປ້ອງກັນຄວາມສະຫງົບ; ປາດຖະໜາວ່າ ສອງປະເທດຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ເພື່ອແກ້ໄຂສະພາບຫາປາຢ່າງຜິດກົດໝາຍໃນເຂດທະເລຂອງກັນ; ພ້ອມທັງກຽມພ້ອມທີ່ຈະຮ່ວມມືກັບຫວຽດນາມ ໃນຂອບເຂດອາຊຽນ, ເພື່ອຜົນປະໂຫຍດຂອງສັນຕິພາບ, ສະຖຽນລະພາບ ໃນພາກພື້ນ.

ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ສະເໜີສອງປະເທດສືບຕໍ່ປະຕິບັດຄໍາໝັ້ນສັນຍາບໍ່ອະນຸຍາດໃຫ້ບຸກຄົນໃດ, ອົງການຈັດຕັ້ງໃດນໍາໃຊ້ດິນແດນຂອງປະເທດນີ້ເພື່ອຍຸແຍ່, ຕ້ານ ແລະທຳລາຍປະເທດອື່ນຢ່າງສຸດຂີດ; ຂອບໃຈລັດຖະບານໄທ ໄດ້ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ດໍາລົງຊີວິດ ແລະເຮັດວຽກຢູ່ ໄທ; ສະເໜີໄທ ເຈລະຈາກ້າວໄປເຖິງການລົງນາມໃນສັນຍາສົ່ງຜູ້ຕ້ອງໂທດຂ້າມແດນ, ສັນຍາໜູນຊ່ວຍນິຕິກຳດ້ານອາຍາໂດຍໄວ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງສໍາຄັນ ເຊິ່ງສອງຝ່າຍບັນລຸໄດ້ໃນການຢ້ຽມຢາມໄທ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃນເດືອນ ສິງຫາ 2017.

ແປໂດຍ: ຫງວຽນກຸກ