ຕອນບ່າຍວັນທີ 8 ມັງກອນ, ທີ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານພົນເອກ Yamazaki Koji, ຫົວໜ້າກົມໃຫຍ່ເສນາທິການກຳລັງປົກປ້ອງໜ້າດິນຍີ່ປຸ່ນ ມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານພົນເອກ Yamazaki Koji. ພາບ: ໝີແຮ້ງ

ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຢືນຢັນວ່າ, ໃນຊຸມປີຜ່ານມາ, ການຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງສອງປະເທດໄດ້ຮັບການຜັນຂະຫຍາຍໃນຫຼາຍຂົງເຂດຢ່າງມີປະສິດທິຜົນ, ໃນນັ້ນມີການຮ່ວມມືລະຫວ່າງກຳລັງທະຫານບົກສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບລະຫວ່າງ ຫວຽດນາມ-ຍີ່ປຸ່ນ.

ທ່ານພົນເອກ Yamazaki Koji ສະແດງຄວາມປິຕິຊົມຊື່ນເມືອໄດ້ມາຢ້ຽມຢາມ ແລະຊອກຮູ້ກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ. ທ່ານຍັງຢືນຢັນວ່າ, ຫວຽດນາມແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ຍີ່ປຸ່ນ. ສອງປະເທດໄດ້ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງ. ນອກຈາກບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນແລ້ວ, ກອງທັບສອງປະເທດຍັງດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືໃນຫຼາຍຂົງເຂດຄືຮັກສາສັນຕິພາບສະຫະປະຊາຊາດ, ໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດທຳມະຊາດ.

ທ່ານພົນເອກ Yamazaki Koji ເນັ້ນໜັກວ່າເລື່ອງເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ-ຍີ່ປຸ່ນ ແລະຍີ່ປຸ່ນ ກັບ ອາຊຽນ ແມ່ນສວມບົດບາດສຳຄັນໃນການຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ.

leftcenterrightdel
ຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ພົບປະເຈລະຈາກັບຄະນະຜູ້ແທນກຳລັງປົກປ້ອງໜ້າດິນຍີ່ປຸ່ນ. ພາບ: ໝີແຮ້ງ

ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໂດຍທ່ານ ຟ້າມຮົ່ງເຮືອງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນຫວຽດນາມ ເປັນຫົວໜ້າຄະນະ, ໄດ້ພົບປະເຈລະຈາກັບຄະນະກຳລັງປົກປ້ອງໜ້າດິນຍີ່ປຸ່ນ ໂດຍທ່ານ ພົນເອກ Yamazaki Koji ເປັນຫົວໜ້າຄະນະ.

ແປໂດຍ: ຮຸຍດົງ