ນີ້ແມ່ນການລາດຕະເວນລວມ ຄັ້ງທີ 36 ຂອງທະຫານເຮືອປະຊາຊົນຫວຽດນາມ ແລະທະຫານເຮືອ ລາດຊະວົງ ໄທ. ໃນການລາດຕະເວນລວມ, ສອງຝ່າຍໄດ້ປະຕິບັດບັນດາລະບຽບການຂໍ່ານັບ “ສະບາຍດີ ອາຊຽນ” ແລະຝຶກຊ້ອມການຊອກຫາກູ້ໄພກູ້ຊີບໃນວິວັດການລາດຕະເວນລວມ; ຈັດຕັ້ງການສັງເກດກໍາແໜ້ນເຂດທີ່ກໍາປັ່ນເດີນທາງເພື່ອແນະນໍາໃຫ້ຊາວປະມົງຂອງສອງປະເທດຂຸດຄົ້ນສິນໃນນໍ້າໃນເຂດທີ່ໄດ້ກໍານົດຂອງແຕ່ລະຝ່າຍ.

ສິ້ນສຸດການລາດຕະເວນລວມ, ກອງປັ່ນ 2 ລໍາຂອງທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າທຽບທ່າກໍາປັ່ນ Chuk, Samet, ລາຊະອານາຈັກ ໄທ ເພື່ອຢ້ຽມຢາມ ແລະພົບປະແລກປ່ຽນກັບກອງບັນຊາການເຂດ 1 ທະຫານເຮືອລາດຊະວົງ ໄທ. ພະນັກງານ, ນັກຮົບເທິງກໍາປັ່ນໝາຍເລກ 261 ແລະ 263 ໄດ້ຢ້ຽມຢາມ ແລະພົບປະແລກປ່ຽນກັບພະນັກງານ, ລູກເຮືອຂອງກໍາປັ່ນໝາຍເລກ 423. ໃນການຢ້ຽມຢາມ ແລະພົບປະແລກປ່ຽນພະນັກງານ, ລູກເຮືອຂອງທະຫານເຮືອສອງປະເທດ ໄດ້ພ້ອມກັນແລກປ່ຽນບົດຮຽນ ແລະບັນດາທັກສະໃນການແກ້ໄຂບັນດາກໍລະນີ ເມື່ອກໍາປັ່ນເຄື່ອນໄຫວເທິງທະເລໂດຍສະເພາະແມ່ນໃນການລາດຕະເວນລວມຂອງສອງປະເທດ.

ເລື່ອງທະຫານເຮືອປະຊາຊົນຫວຽດນາມ ແຕ່ງຕັ້ງໃຫ້ກໍາປັ່ນເຂົ້າຮ່ວມການລາດຕະເວນລວມ ແລະຢ້ຽມຢາມທະຫານເຮືອລາດຊະວົງໄທ ນັ້ນ, ເຊິ່ງສະແດງໃຫ້ເຫັນເຈດຕະນາດີໃນການເພີ່ມທະວີສາຍພົວພັນຮ່ວມມືກັບກອງທັບ ແລະທະຫານເຮືອລາດຊະວົງ ໄທ, ພ້ອມທັງສືບຕໍ່ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບກັບທະຫານເຮືອບັນດາປະເທດພາຍໃນ ແລະນອກພາກພື້ນ.

ໜັງສືພິມກອງທັບປະຊາຊົນ ອອນລາຍ ຂໍແນະນໍາບາງຮູບພາບເຄື່ອນໄຫວຂອງການລາດຕະເວນລວມ ແລະການຢ້ຽມຢາມຄັ້ງນີ້:

leftcenterrightdel
ພະນັກງານ, ນັກຮົບກໍາປັ່ນໝາຍເລກ 263 ປະຕິບັດພິທີຂໍ່ານັບທ່າກໍາປັ່ນ ເມື່ອເດີນທາງປະຕິບັດການລາດຕະເວນລວມ. ພາບ: ວັນກຽນ.

leftcenterrightdel
 ຜູ້ບັນຊາກໍາປັ່ນໝາຍເລກ 263 ບັນຊາກໍາປັ່ນເຄື່ອນຍ້າຍເທິງທະເລ. ພາບ: ວັນກຽນ.

leftcenterrightdel
 ກໍາປັ່ນທະຫານເຮືອສອງປະເທດ ປະຕິບັດຂັ້ນຕອນຂໍ່ານັບ “ສະບາຍດີ ອາຊຽນ”. ພາບ: ວັນກຽນ.

leftcenterrightdel
 ກໍາປັ່ນທະຫານເຮືອ ສອງປະເທດ ຝຶກຊ້ອມການອອກສັນຍາດ້ວຍທຸງ. ພາບ: ວັນກຽນ.

leftcenterrightdel
ກໍາປັ່ນໝາຍເລກ 261 ໂຄສະນາ, ແນະນໍາຊາວປະມົງ ຂຸດຄົ້ນສິນໃນນໍ້າໃນເຂດທີ່ໄດ້ກໍານົດຂອງແຕ່ລະຝ່າຍ. ພາບ: ວັນກຽນ.

leftcenterrightdel
ຄະນະປະຕິບັດງານເທິງກໍາປັ່ນໝາຍເລກ 263 ຂອງທະຫານເຮືອປະຊາຊົນ ຫວຽດນາມ ຂໍ່ານັບທ່າກໍາປັ່ນ ໄທ. ພາບ: ວັນກຽນ.

leftcenterrightdel
 ສອງຄະນະຖ່າຍຮູບເປັນທີ່ລະນຶກ ຢູ່ທ່າກໍາປັ່ນ Chuk, ລາຊະອານາຈັກ ໄທ. ພາບ: ວັນກຽນ.

leftcenterrightdel
ບັນຍາກາດຕ້ອນຮັບຄະນະຜູ້ແທນທະຫານເຮືອປະຊາຊົນຫວຽດນາມ ທີ່ກອງບັນຊາການເຂດ 1 ທະຫານເຮືອລາດຊະວົງ ໄທ. ພາບ: ວັນກຽນ.

leftcenterrightdel
ພະນັກງານ, ນັກຮົບກໍາປັ່ນໝາຍເລກ 261 ແລະກໍາປັ່ນໝາຍເລກ 263 ຢ້ຽມຊົມກໍາປັ່ນໝາຍເລກ 432 ຂອງທະຫານເຮືອລາດຊະວົງ ໄທ ເຂດ 1. ພາບ: ວັນກຽນ.

leftcenterrightdel
 ພະນັກງານ, ລູກເຮືອທະຫານເຮືອສອງປະເທດ ແຂ່ງຂັນບານສົ່ງມິດຕະພາບ. ພາບ: ວັນກຽນ.

 

ແປໂດຍ: ຮວ່າງເຈື່ອງ