ຕອນບ່າຍວັນທີ 26 ທັນວາ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໄດ້ໃຫ້ການຕ້ອນຮັບຄະນະກົມປ້ອງກັນອາກາດ ແລະກົມທະຫານອາກາດກອງທັບປະຊາຊົນລາວ ໂດຍທ່ານພັນເອກ ໄພລັດ ພິມມະສັກ, ຫົວໜ້າກົມປ້ອງກັນອາກາດ, ເປັນຫົວໜ້າຄະນະ, ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.

leftcenterrightdel
ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຕ້ອນຮັບທ່ານພັນເອກ ໄພລັດ ພິມມະສັກ ຫົວໜ້າກົມປ້ອງກັນອາກາດກອງທັບປະຊາຊົນລາວ. ພາບ: ຮວ່າງຫວູ໊-ມີງແຄ໋ງ

leftcenterrightdel
ທ່ານພົນໂທ ຟານວັນຢາງ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະທ່ານພັນເອກ ໄພລັດ ພິມມະສັກ ຫົວໜ້າກົມປ້ອງກັນອາກາດກອງທັບປະຊາຊົນລາວ ພ້ອມບັນດາພະນັກງານກະຊວງປ້ອງກັນປະເທດສອງປະເທດ. ພາບ: ຮວ່າງຫວູ໊-ມີງແຄ໋ງ

ທ່ານພັນເອກ ໄພລັດ ພິມມະສັກ ແຈ້ງໃຫ້ທ່ານພົນໂທ ຟານວັນຢາງ ຮັບຊາບກ່ຽວກັບໝາກຜົນການເຮັດວຽກກ່ອນໜ້ານັ້ນກັບກອງບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ຕາມນັ້ນແລ້ວ, ສອງຝ່າຍໄດ້ຕີລາຄາໝາກຜົນແຫ່ງການຮ່ວມມືໃນໄລຍະຜ່ານມາ ແລະປຶກສາຫາລືທິດທາງການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນເອົາໃຈໃສ່ເປັນພິເສດເຂົ້າບັນດາຂົງເຂດແລກປ່ຽນຄະນະຜູ້ແທນ, ການບໍາລຸງສ້າງ, ການຮ່ວມມືດ້ານເຕັກນິກ.

ຕີລາຄາສູງໝາກຜົນການເຮັດວຽກ, ທ່ານພົນໂທ ຟານວັນຢາງ ຢືນຢັນວ່າ, ການນໍາກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ກໍາລັງປ້ອງກັນອາກາດ-ທະຫານອາກາດສອງປະເທດຮ່ວມມືຢ່າງມີປະສິດທິຜົນ, ຮັບໃຊ້ໃຫ້ພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ.

 

ແປໂດຍ: ເຈິ່ນຮວ່ຽນ