ເຂົ້າຮ່ວມພິທີມີຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຫງວຽນຈິວິ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຄະນະທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ ກໍາປູເຈຍ, ແລະຄະນະຜູ້ແທນຕາງໜ້າບັນດາເຫຼົ່າທັບ, ເຫຼົ່າຮົບຂອງກໍາລັງກອງທັບລາດຊະວົງ ກໍາປູເຈຍ.

ໃນບັນຍາກາດທີ່ເຄັ່ງຂຶມຂອງພິທີ, ບັນດາຄະນະໄດ້ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນ ແລະອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຊິ່ງແມ່ນທະຫານອາສາສະໝັກ, ພະນັກງານ, ນັກຊ່ຽວຊານຫວຽດນາມ, ບັນດາຊາວກໍາປູເຈຍ ຜູ້ຮັກຊາດທີ່ໄດ້ເສຍສະຫຼະຊີວີດເພື່ອພາລະກິດປົດປ່ອຍ, ຊ່ວຍເຫຼືອປະຊາຊົນກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດຂອງລະບອບຂະແມແດງ.

leftcenterrightdel
ຄະນະຜູ້ແທນສະຖານທູດຫວຽດນາມ ປະຈໍາ ກໍາປູເຈຍ ແລະປະຊາຄົມຊາວຫວຽດນາມ ຢູ່ກໍາປູເຈຍໄວ້ອາໄລບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: giaoduc.net.vn

ໃນຊຸມວັນຜ່ານມາ, ຜູ້ແທນຫວຽດນາມ ແລະກໍາປູເຈຍ ຫຼາຍຄະນະໄດ້ມາຍັງອົງການທູດການທະຫານກະຊວງປ້ອງກັນປະເທດຫວຽດນາມ ເພື່ອໃຫ້ອວຍພອນວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະວັນບຸນທົ່ວປວງຊົນປ້ອງກັນຊາດ.

 

ແປໂດຍ: ເກື່ອງດັ້ງ