ຕອນບ່າຍວັນທີ 14 ທັນວາ, ທີ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພົນເອກ Terrence J.O’shaughnessy  ຜູ້ບັນຊາການທະຫານອາກາດ ປາຊີຟີກ ອາເມລິກາ ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລກປ່ຽນກັບທ່ານພົນເອກ Terrence J.O’shaughnessy. ພາບ: ຫວູຮຸ່ງ

ທີ່ການຕ້ອນຮັບ, ທ່ານພົນເອກ Terrence J.O’shaughnessy ໄດ້ແຈ້ງໝາກຜົນການເຮັດວຽກກ່ອນໜ້ານັ້ນລະຫວ່າງຄະນະກອງບັນຊາການທະຫານອາກາດ ປີຊີຟີກ ອາເມລິກາ ແລະເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ; ໃນນັ້ນ, ສອງຝ່າຍໄດ້ແລກປ່ຽນບາງເນື້ອໃນ, ທິດທາງຮ່ວມມືລະຫວ່າງກຳລັງທະຫານອາກາດສອງປະເທດໃນໄລຍະຈະມາເຖິງ ຄື: ໜູນຊ່ວຍມະນຸດສະທຳ, ຊອກຫາກູ້ໄພກູ້ຊີບ, ເສນາຮັກ, ຝຶກຊ້ອມ, ບຳລຸງສ້າງນັກບິນ...

leftcenterrightdel
ທ່ານພົນໂທ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ Terrence J.O’shaughnessy. ພາບ: ຂົງມິງແຄ໋ງ

ທ່ານພົນໂທ ຟານວັນຢາງ ໃຫ້ຮູ້ວ່າ, ໃນສະພາບການພົວພັນລວມລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ອາເມລິກາ ໃນໄລຍະຜ່ານມາກໍ່ມີຫຼາຍບາດກ້າວພັດທະນາຢ່າງຕັ້ງໜ້າ. ເຫັນດີຕໍ່ກັບໝາກຜົນການເຮັດວຽກລະຫວ່າງສອງຄະນະ, ທ່ານພົນໂທ ຟານວັນຢາງ ສະເໜີກຳລັງທະຫານອາກາດຂອງຫວຽດນາມ ແລະອາເມລິກາ ສືບຕໍ່ເພີ່ມທະວີການແລກປ່ຽນຄະນະທຸກຂັ້ນ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດແລກປ່ຽນຂໍ້ມູນຂ່າວສານ; ແບ່ງປັນບົດຮຽນກູ້ຊີບ, ກູ້ໄພຢູ່ທະເລ; ບຳລຸງສ້າງພາສາອັງກິດໃຫ້ທະຫານຫວຽດນາມ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...


ແປໂດຍ: ກວຽດເຕີມ