ຕອນບ່າຍວັນທີ 13 ທັນວາ ທີ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໄດ້ຕ້ອນຮັບຄະນະຜູ້ແທນສະມາຄົມນັກຮົບເກົ່າ ກຳປູເຈຍ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກຮົບເກົ່າຫວຽດນາມ ຄັ້ງທີ VI, ອາຍຸການ 2017-2022.

leftcenterrightdel
 ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານພົນເອກ Kun Kim. ພາບ: ຮ່ວາງຫວູ.

ທີ່ການຕ້ອນຮັບຄະນະຜູ້ແທນສະມາຄົມນັກຮົບເກົ່າ ກຳປູເຈຍ, ທ່ານພົນເອກ Kun Kim, ຮອງຜູ້ບັນຊາການທະຫານສູງສຸດ, ຫົວໜ້າກົມໃຫຍ່ເສນາທິການກອງທັບລາດຊະວົງ ກຳປູເຈຍ, ຮອງປະທານສະມາຄົມນັກຮົບເກົ່າ ກຳປູເຈຍ, ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສະຫງວນໃຫ້ສະມາຄົມນັກຮົບເກົ່າ ກຳປູເຈຍ ໃນໄລຍະຜ່ານມາ. ທ່ານພົນເອກ Kun Kim ສະແດງຄວາມປາດຖະໜາວ່າກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ຊ່ວຍເຫຼືອສະມາຄົມນັກຮົບເກົ່າ ກຳປູເຈຍ ກໍ່ຄືສ້າງເງື່ອນໄຂສະດວກເພື່ອໃຫ້ສະມາຄົມນັກຮົບເກົ່າສອງປະເທດຍູ້ແຮງການຮ່ວມມືໃນໄລຍະຈະມາເຖິງ.

ທ່ານພົນເອກ ໂງຊວນລິກ ຕີລາຄາສູງບັນດາການເຄື່ອນໄຫວຂອງສະມາຄົມນັກຮົບເກົ່າ ກຳປູເຈຍ ກໍ່ຄືການສົບທົບກັນລະຫວ່າງສະມາຄົມນັກຮົບເກົ່າສອງປະເທດໃນໄລຍະຜ່ານມາ. ທ່ານພົນເອກ ໂງຊວນລິກ ຢືນຢັນວ່າ ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຈະຄຽງບ່າຄຽງໄຫຼ່ກັບກອງທັບລາດຊະວົງ ກຳປູເຈຍ ກໍ່ຄືສະມາຄົມນັກຮົບເກົ່າ ກຳປູເຈຍ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດ.

 

ແປໂດຍ: ກວຽດເຕີມ