ທີ່ການຕ້ອນຮັບທ່ານ Sounoura Ketaro, ຜູ້ທີ່ປຶກສາຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານພົນໂທ ຫງວຽນຈິວິ້ງ ເນັ້ນໜັກວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານມີລະດັບຄວາມໄວ້ເນື້ອເຊື່ອໃຈສູງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະສັນຕິພາບ, ສະຖຽນລະພາບຢູ່ໃນໂລກ. ປະຈຸບັນ ຍີ່ປຸ່ນ ແມ່ນຄູ່ຮ່ວມມືດ້ານເສດຖະກິດ, ການຄ້າແຖວໜ້າ, ຍາມໃດກໍ່ສະຫງວນໃຫ້ ຫວຽດນາມ ອາລົມຈິດອັນອົບອຸ່ນພ້ອມກັບການບູລິມະສິດໃນການຮ່ວມມື, ທັງແມ່ນປະເທດອຸປະຖຳໃຫຍ່ທີ່ສຸດໃຫ້ຫວຽດນາມ.

ທ່ານພົນໂທ ຫງວຽນຈິວິ້ງ ຖືວ່າ, ໃນໄລຍະຜ່ານມາ ຍີ່ປຸ່ນ ໄດ້ຮ່ວມມືກັບຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ; ໃນໄລຍະຈະມາເຖິງ, ຫວຽດນາມ ປາດຖະໜາວ່າດ້ວຍທ່າແຮງດ້ານເຕັກໂນໂລຢີ, ຍີ່ປຸ່ນ ຈະສືບຕໍ່ຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດິໂອຊິນ ຜ່ານບັນດາໂຄງການລະອຽດ. ນອກຈາກນັ້ນ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນນາຍທະຫານໜຸ່ມ, ເພີ່ມທະວີການຮ່ວມມືລະຫວ່າງບັນດາວິທະຍາຄານ, ໂຮງຮຽນ ແລະຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ.

ທ່ານ Sounoura Kentaro ຖືວ່າ, ໃນໄລຍະຜ່ານມາ, ລັດຖະບານສອງປະເທດໄດ້ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ; ສອງຝ່າຍຄວນເປີດກວ້າງບັນດາຂົງເຂດຮ່ວມມືເຊິ່ງແຕ່ລະຝ່າຍມີທ່າແຮງຕື່ມອີກ, ເສີມຂະຫຍາຍບັນດາກົນໄກເຈລະຈາລະຫວ່າງສອງປະເທດໃຫ້ດີທີ່ສຸດ.



ແປໂດຍ: ກວຽດເຕີມ