ໂຄງການສົມທົບວຽກງານນຳກັນ ເພື່ອແນໃສ່ເສີມຂະຫຍາຍທ່າໄດ້ປຽບຂອງສອງກົມກອງ, ຊ່ວຍເຫຼືອ, ສ້າງເງື່ອນໄຂເພື່ອປະຕິບັດສໍາເລັດໜ້າທີ່ດ້ານການເມືອງ.

leftcenterrightdel
ການນໍາກອງບັນຊາການປົກປັກຮັກສາສຸສານປະທານໂຮ່ຈີມິນ ແລະການນໍາໜັງສືພິມກອງທັບປະຊາຊົນຫວຽດນາມ ລົງນາມໃນໂຄງການສົມທົບວຽກງານ. ພາບ: ຝູເຊີນ.

ຈຸດສຸມຂອງວຽກງານສົມທົບກັນ ປີ 2019 ລະຫວ່າງສອງກົມກອງແມ່ນການຈັດຕັ້ງການໂຄສະນາກ່ຽວກັບໜ້າທີ່ຮັກສາ, ຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ອັດຖິປະທານໂຮ່ຈີມິນ ໃນໄລຍະ 50 ປີຜ່ານມາ; ບັນດາການເຄື່ອນໄຫວກະກຽມ, ຈັດຕັ້ງການສະຫຼຸບ 50 ປີແຫ່ງການຮັກສາ, ຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ອັດຖິປະທານໂຮ່ຈີມິນ ໃນໄລຍະຍາວ; ພິມຈໍາໜ່າຍບັນດາສື່ສິ່ງພິມພິເສດ; ສົມທົບກັບບັນດາອົງການ, ກົມກອງຕ່າງໆ ຈັດຕັ້ງລາຍການສະແດງສິລະປະ “ເພິ່ນແມ່ນຄວາມເຊື່ອໝັ້ນຕໍ່ໄຊຊະນະ”, ຈັດຕັ້ງການໂອ້ລົມສົນທະນາພາຍໃຕ້ຫົວຂໍ້: “ຄວາມຈົ່ງຮັກພັດດີຕໍ່ປະທານໂຮ່ຈີມິນ”...

ໂດຍ: ກວຽດເຕີມ