ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ. ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານກອງປະຊຸມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຢຸຍຮົ່ງ.
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຢຸຍຮົ່ງ.

ຕາງໜ້າຄະນະພັກການທະຫານສູນກາງ, ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຂຶ້ນຜ່ານບົດລາຍງານສະຫຼຸບ 24 ປີແຫ່ງການປະຕິບັດລັດຖະບັນຍັດວ່າດ້ວຍການປົກປັກຮັກສາກິດຈະການປ້ອງກັນຊາດ ແລະເຂດທະຫານ. ບົດລາຍງານໄດ້ຊີ້ແຈ້ງວ່າ: ຜ່ານ 24 ປີແຫ່ງການປະຕິບັດລັດຖະບັນຍັດ, ດ້ວຍຄວາມເອົາໃຈໃສ່ຊີ້ນໍາ, ນໍາພາຂອງຄະນະພັກທຸກຂັ້ນ, ການປະສານສົມທົບກັນຢ່າງແໜ້ນແຟ້ນຂອງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ກົມກອງ, ທ້ອງຖິ່ນ, ວຽກງານຄຸ້ມຄອງ, ປົກປັກຮັກສາກິດຈະການປ້ອງກັນຊາດ ແລະເຂດທະຫານບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ສະຫຼຸບກອງປະຊຸມ. ພາບ: ຢຸຍຮົ່ງ.
leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຢຸຍຮົ່ງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ໄດ້ຊົມເຊີຍຄວາມມານະພະຍາຍາມ ແລະບັນດາຜົນງານສໍາຄັນໃນການປະຕິບັດໜ້າທີ່ການທະການ, ການປ້ອງກັນຊາດຢ່າງບຸກທະລຸ, ໃນນັ້ນມີການປະຕິບັດລັດຖະບັນຍັດວ່າດ້ວຍການປົກປັກຮັກສາກິດຈະການປ້ອງກັນຊາດ ແລະເຂດທະຫານ ເຊິ່ງກະຊວງປ້ອງກັນປະເທດ, ບັນດາທະຫານເຂດ, ເຫຼົ່າທັບ, ເຫຼົ່າຮົບ, ພະນັກງານ, ນັກຮົບທົ່ວກອງທັບ, ບັນດາແຂວງ, ນະຄອນ ບັນລຸໄດ້ໃນຕະຫຼອດ 24 ປີຜ່ານມາ. ເພື່ອປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາກິດຈະການປ້ອງກັນຊາດ ແລະເຂດທະຫານ ໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ, ທ່ານ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການຄວນສືບຕໍ່ຊາບຊຶມ, ຜັນຂະຫຍາຍຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ໃຫ້ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ; ມະຕິສະບັບເລກທີ 28-NQ/TW ຂອງກົມການເມືອງ, ຊຸດທີ IX ວ່າດ້ວຍການສືບຕໍ່ສ້າງບັນດາແຂວງ, ນະຄອນ ຂຶ້ນກັບສູນກາງກາຍເປັນເຂດປ້ອງກັນຢ່າງໝັ້ນຄົງເຂັ້ມແຂງໃນສະພາບການໃໝ່;  ຍົກສູງຄຸນນະພາບການກໍ່ສ້າງເຂດປ້ອງກັນບໍລິເວນຂັ້ນແຂວງ, ນະຄອນໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ແລກປ່ຽນກັບບັນດາຜູ້ແທນຢູ່ນອກກອງປະຊຸມ. ພາບ: ຢຸຍຮົ່ງ.

ສະຫຼຸບກອງປະຊຸມ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ຄວນກໍານົດແຈ້ງເລື່ອງປົກປັກຮັກສາກິດຈະການປ້ອງກັນຊາດ ແລະເຂດທະຫານ ສືບຕໍ່ແມ່ນໜຶ່ງໃນບັນດາໜ້າທີ່ສໍາຄັນມີລັກສະນະຍຸດທະສາດຕໍ່ການປະຕິບັດແນວທາງຂອງພັກ ແລະລັດກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດ, ແນໃສ່ລະດົມກໍາລັງແຮງສັງລວມຂອງທຸກຂັ້ນ, ທຸກຂະແໜງການ ເພື່ອຍົກສູງປະສິດທິພາບ, ປະສິດທິຜົນວຽກງານປົກປັກຮັກສາກິດຈະການປ້ອງກັນຊາດ ແລະເຂດທະຫານ, ປົກປັກຮັກສາເອກະລາດ, ອະທິປະໄຕ, ປົກປັກຮັກສາຜືນແຜ່ນດິນຂອງປະເທດຊາດໄວ້ໃຫ້ຄົບຖ້ວນໃນສະພາບການໃໝ່.

ໂດຍ: ທະນາພອນ