ຕອນເຊົ້າວັນທີ 11 ມີນາ, ພິທີຕ້ອນຮັບທ່ານລັດຖະມົນຕີ Delfin Lorenzana  ໄດ້ດໍາເນີນຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ ພາຍໃຕ້ການເປັນປະທານຂອງທ່ານພົນເອກ ໂງຊວນລິກ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ໄດ້ດໍາເນີນການເຈລະຈາກັບທ່ານ Delfin Lorenzana.

leftcenterrightdel
ທ່ານລັດຖະມົນຕີ ໂງຊວນລິກ ຕ້ອນຮັບທ່ານລັດຖະມົນຕີ Delfin Lorenzana. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານ Delfin Lorenzana ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.

ທີ່ການເຈລະຈາ, ທ່ານພົນເອກ ໂງຊວນລິກ ແລະທ່ານ Delfin Lorenzana ໄດ້ແລກປ່ຽນກ່ຽວກັບສະພາບການສາກົນ, ພາກພື້ນ, ສະພາບການຢູ່ແຕ່ລະປະເທດກໍຄືການພົວພັນດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ, ໃນນັ້ນສຸມໃສ່ເນັ້ນໜັກບັນດາໝາກຜົນທີ່ບັນລຸໄດ້ນັບແຕ່ກະຊວງປ້ອງກັນປະເທດສອງປະເທດ ລົງນາມໃນ “ຂໍ້ຕົກລົງກ່ຽວກັບການພົວພັນໃນຂົງເຂດປ້ອງກັນຊາດ” ເມື່ອປີ 2010 ແລະສອງປະເທດຍົກລະດັບການພົວພັນຂຶ້ນເປັນການພົວພັນຍຸດທະສາດໃນປີ 2015.

leftcenterrightdel
ທ່ານ Delfin Lorenzana ແນະນໍາກັບທ່ານພົນເອກ ໂງຊວນລິກ ບັນດາສະມາຊິກໃນຄະນະຜູ້ແທນກະຊວງປ້ອງກັນປະເທດຟີລິບປິນ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານ Delfin Lorenzana ຖ່າຍຮູບກັບຄະນະຜູ້ແທນກະຊວງປ້ອງກັນປະເທດສອງປະເທດ. ພາບ: ຈ້ອງຫາຍ.

ທ່ານພົນເອກ ໂງຊວນລິກ ແລະທ່ານ Delfin Lorenzana  ໄດ້ເຫັນດີເປັນເອກະພາບກັນຊຸກຍູ້ການພົວພັນລະຫວ່າງສອງກະຊວງປ້ອງກັນປະເທດ ໃນໄລຍະຈະມາເຖິງກວ່າອີກ, ໂດຍສະເພາະແມ່ນຮັກສາການພົບປະ, ແລກປ່ຽນ, ທາບທາມຄໍາເຫັນ ແລະສະໜັບສະໜູນຂໍ້ລິເລີ່ມຂອງກັນແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍເປັນປະຈໍາ, ໃນນັ້ນ ຟີລິບປິນ ສະໜັບສະໜູນຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວ ແລະກອງປະຊຸມການທະຫານ - ການປ້ອງກັນຊາດ ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ຄື: ແລກປ່ຽນນາຍທະຫານໜຸ່ມ, ອຸດສາຫະກໍາປ້ອງກັນຊາດ, ຄວາມໝັ້ນຄົງບໍ່ແມ່ນການທະຫານ, ທະຫານອາກາດ, ເສນາຮັກ.

leftcenterrightdel
 
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານ Delfin Lorenzana  ກ່ອນຈະດໍາເນີນການເຈລະຈາ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ເຈລະຈາກັບທ່ານ Delfin Lorenzana. ພາບ: ຈ້ອງຫາຍ.

ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ຄະນະຜູ້ແທນກະຊວງປ້ອງກັນປະເທດຟີລິບປິນ ໂດຍທ່ານ Delfin Lorenzana ເປັນຫົວໜ້າຄະນະ ຈະຢ້ຽມຢາມ ແລະເຮັດວຽກກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel); ວາງພວງມາລາຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ, ວາງພວງມາລາ ແລະເຂົ້າສຸສານໄວ້ອາໄລປະທານ ໂຮ່ຈິມິນ.

ໂດຍ: ໄຊຊະນະ