leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະພະນັກງານວິທະຍາຄານການແພດ. ພາບ: qdnd.vn.

ທີ່ພິທີ, ທ່ານ ຫງວຽນຊວນຟຸກ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃສ່ທຸງໄຊຂອງວິທະຍາຄານການແພດ. ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ວິທະຍາຄານການແພດ ຄວນສືບຕໍ່ມານະພະຍາຍາມໃຫ້ຫຼາຍກວ່າອີກ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢ້ັງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ດ້ານການເມືອງທີ່ໄດ້ຮັບມອບໝາຍໃນສະພາບການໃໝ່. ບັນດາທ່າອ່ຽງຜັນແປໃໝ່ຂອງການດໍາລົງຊີວິດໃນສັງຄົມ, ເປັນຕົ້ນແມ່ນໂຄງປະກອບບໍລິໂພກ, ການກິນດື່ມ, ແບບແຜນການດໍາລົງຊີວິດ, ເຊິ່ງວາງອອກບັນດາຄວາມຮຽກຮ້ອງຕ້ອງການໃໝ່ຕໍ່ກັບວຽກງານປົກປ້ອງ, ສົ່ງເສີມສຸຂະພາບໃຫ້ແກ່ທະຫານ ແລະປະຊາຊົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມຖາມຂ່າວບັນດານັກສໍາມະນາກອນຂອງວິທະຍາຄານການແພດ. ພາບ: qdnd.vn.

ທ່ານ ຫງວຽນຊວນຟຸກ ສະເໜີການນໍາ, ຖັນແຖວສາດສະດາຈານ, ແພດໝໍ, ນັກສໍາມະນາກອນວິທະຍາຄານການແພດ ສຸມໃສ່ປະຕິບັດພາລະກໍາ, ຄາດໝາຍ ແລະວິໄສທັດທີ່ໄດ້ວາງອອກຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນ; ສູ້ຊົນກໍ່ສ້າງວິທະຍາຄານການແພດ ໃຫ້ກາຍເປັນສູນບໍາລຸງສ້າງ, ຄົ້ນຄວ້າ, ໝູນໃຊ້ ແລະປິ່ນປົວທີ່ມີລະດັບພາກພື້ນ ແລະສາກົນ. ນັກສໍາມະນາກອນ ຕ້ອງມານະພະຍາຍາມກວ່າອີກ, ສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຍົກສູງຄຸນນະພາບການບໍາລຸງສ້າງ, ການຄ້ົນຄວ້າວິທະຍາສາດຕິດພັນກັບການກວດ ແລະປິ່ນປົວພະຍາດໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນ.

leftcenterrightdel
ຕາງໜ້າການນໍາພັກ, ລັດ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ຄັ້ງທີ 2 ໃຫ້ແກ່ວິທະຍາຄານການແພດ. ພາບ: qdnd.vn.

ທ່ານ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ວິທະຍາຄານການແພດ ຈະສືບຕໍ່ສາມັກຄີເປັນເອກະພາບ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ກ້າຄິດ, ກ້າທຳ, ເສີມຂະຫຍາຍບັນດາແຫຼ່ງກໍາລັງຢ່າງແຮງ, ຍົກສູງຄຸນສົມບັດ “ທະຫານລຸງໂຮ່”, ມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢ້ັງ, ກ້າວຂຶ້ນຢ່າງໝັ້ນຄົງ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃຫ້ຫຼາຍກວ່າອີກ.

ໂດຍ: ທູຈາງ