leftcenterrightdel
ພິທີຕ້ອນຮັບທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານ ຢູ່ສະໜາມບິນບຽນຮວ່າ. ພາບ: ມິງເຫວ້.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນເອກ ໂງຊວນລິກ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ຂອງກົມກອງໃນໄລຍະຜ່ານມາ, ໂດຍສະເພາະແມ່ນໜ້າທີ່ກຽມພ້ອມສູ້ຮົບ; ຄຸ້ມຄອງ, ບໍລິຫານການບິນຢ່າງປອດໄພ, ແໜ້ນແຟ້ນ; ຂຸດຄົ້ນ, ເປັນເຈົ້າຂອງອາວຸດຍຸດໂທປະກອນດ້ານເຕັກນິກທັນສະໄໝ... ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃຫ້ເຫຼົ່າທັບ ແລະກອງພົນຕ້ອງຈັດວາງໜ້າທີ່ກຽມພ້ອມສູ້ຮົບຢູ່ແຖວໜ້າ; ຄຸ້ມຄອງການບໍລິຫານການບິນຢ່າງແໜ້ນແຟ້ນ, ປອດໄພ; ຍົກສູງຄຸນນະພາບການຝຶກແອບ, ພິເສດແມ່ນການບໍາລຸງສ້າງຖັນແຖວນັກບິນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່; ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຝຶກແອບກັບການກໍ່ສ້າງກໍາລັງຫຼວງ; ຝຶກຝົນຫຼໍ່ຫຼອມລະບຽບວິໄນ; ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ; ສາມັກຄີເປັນເອກະພາບ, ສ້າງກໍາລັງແຮງສັງລວມ, ຍົກສູງກໍາລັງແຮງຕໍ່ສູ້ຂອງກົມກອງ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ກວດກາຢູ່ເຂດແກ້ໄຂທີ່ດິນ, ຫີນຖືກມົນລະພິດດີໂອຊີນ ຢູ່ໃນສະໜາມບິນບຽນຮວ່າ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຕອນເຊົ້າວັນດຽວກັນ, ທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານໄດ້ມີການເຮັດວຽກກ່ຽວກັບວຽກງານແກ້ໄຂສິ່ງແວດລ້ອມ ຖືກມົນລະພິດດີໂອຊີນ ຢູ່ສະໜາມບິນບຽນຮວ່າ. ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຕ້ອງເພີ່ມທະວີວຽກງານໂຄສະນາ, ຮ່ວມມື, ປຸກລະດົມການອຸປະຖໍາຈາກສາກົນ ແລະແຫຼ່ງກໍາລັງພາຍໃນປະເທດ ເພື່ອໄດ້ຮັບການໜູນຊ່ວຍກ່ຽວກັບເງິນທຶນ, ເຕັກໂນໂລຢີ; ຍູ້ແຮງວຽກງານແກ້ໄຂນະໂຍບາຍ, ໜູນຊ່ວຍທາງດ້ານການແພດໃຫ້ແກ່ທະຫານ ແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ; ຍູ້ແຮງວຽກງານຄົ້ນຄວ້າ, ຍົກສູງກໍາລັງຄວາມສາມາດ; ກວດກາດ້ານສິ່ງແວດລ້ອມ, ກ້າວໄປເຖິງການເປັນເຈົ້າຂອງເຕັກໂນໂລຢີ, ແກ້ໄຂມົນລະພິດທາງສິ່ງແວດລ້ອມຍ້ອນທາດພິດເຄມີຫຼັງຈາກສົງຄາມ, ເປັນກໍາລັງນໍາໜ້າໃນການຮັບມືກັບໄພສິ່ງແວດລ້ອມ ແລະເຂົ້າຮ່ວມໃນພາລະກິດປົກປັກຮັກສາສິ່ງແວດລ້ອມຢ່າງມີປະສິດທິຜົນ ແລະພັດທະນາປະເທດຊາດແບບຍືນຍົງ.

ໂດຍ: ທູຈາງ