ກະຊວງປ້ອງກັນປະເທດ ເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ສ້າງບັນດາເອກະສານນິຕິກໍາຜັນຂະຫຍາຍການປະຕິບັດກົດໝາຍມີຜົນສັດສິດພ້ອມກັບກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ ນັບແຕ່ວັນທີ 1 ກໍລະກົດ 2019; ພ້ອມທັງສ້າງ, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ໃຫ້ສັດຕະຍາບັນບັນດາແຜນຮ່າງຜັນຂະຫຍາຍກົດໝາຍຕາມແຜນການນີ້.

leftcenterrightdel
ຕໍາຫຼວດທະເລຫວຽດນາມ. ພາບ: enternews.vn.

ກະຊວງປ້ອງກັນປະເທດ ເປັນເຈົ້າພາບຈັດຕັ້ງການໂຄສະນາ, ເຜີຍແຜ່ກົດໝາຍ ແລະບັນດາເອກະສານກໍານົດລະອຽດກ່ຽວກັບການປະຕິບັດດ້ວຍເນື້ອໃນ, ຮູບການທີ່ເໝາະສົມກັບແຕ່ລະເປົ້າໝາຍ. ພ້ອມກັນນັ້ນແມ່ນຈັດຕັ້ງການຝຶກອົບຮົມກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງຂອງກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນ, ກົມກອງກໍາລັງປະກອບອາວຸດປະຊາຊົນ ແລະພະນັກງານທີ່ກ່ຽວຂ້ອງ.

ແຕ່ປີ 2020 ຮອດປີ 2025, ກະຊວງປ້ອງກັນປະເທດ ເປັນເຈົ້າພາບໃນການສ້າງແຜນຮ່າງ, ແຜນການປັບປຸງ, ສັບຊ້ອນ, ສ້າງໂຄງປະກອບສູນສຶກສາ ແລະບໍາລຸງສ້າງວິຊາການຕໍາຫຼວດທະເລຫວຽດນາມ ທີ່ມີຢູ່ແລ້ວ ເພື່ອຫັນທັດສະນະຂອງພັກທີ່ມະຕິກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກ ຊຸດທີ XII ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045 ເປັນລະອຽດ.

ໂດຍ: ທູຈາງ