leftcenterrightdel
ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ກັບບັນດາການນໍາກະຊວງປ້ອງກັນປະເທດ ແລະກອງບັນຊາການທະຫານຊາຍແດນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ສະເໜີວ່າໃນການປະຕິບັດວັນທົ່ວປວງຊົນປ້ອງກັນຊາຍແດນ ຄວນສືບຕໍ່ຍູ້ແຮງວຽກງານໂຄສະນາກ່ຽວກັບໝາກຜົນແຫ່ງການປະຕິບັດວັນທົ່ວປວງຊົນປ້ອງກັນຊາຍແດນ ໄລຍະ 2009 - 2019 ແລະບັນດາບົດຮຽນຖອດຖອນໄດ້. ພະນັກງານ, ນັກຮົບທະຫານຊາຍແດນຝຶກຝົນຫຼໍ່ຫຼອມທາດແທ້, ຄຸນທາດດ້ານການເມືອງ, ກໍາລັງຄວາມສາມາດປະຕິບັດງານຢ່າງບໍ່ຢຸດຢ້ັງ, ເປັນຕົ້ນແມ່ນຄວາມຮູ້ກ່ຽວກັບກໍ່ສ້າງພັກ,  ຄຸ້ມຄອງລັດ, ພັດທະນາເສດຖະກິດ - ສັງຄົມ, ເສີມຂະຫຍາຍມູນເຊື້ອທະຫານລຸງໂຮ່; ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ ແລະເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຈິດໃຈແກ້ໄຂຄວາມຫຍຸ້ງຍາກ, ສະໜິດຕິດພັນກັບຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຢູ່ເຂດຊາຍແດນ; ແມ່ນບ່ອນອີງໃສ່ຢ່າງໜັກແໜ້ນໃຫ້ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນໃນພາລະກິດທ່ົວປວງຊົນປ້ອງກັນຊາຍແດນ, ກໍ່ສ້າງ, ຄຸ້ມຄອງ ແລະປົກປັກຮັກສາອໍານາດອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຫງວຽນທິກິມເງິນ ຊົມເຊີຍ ແລະປາດຖະໜາຢາກໃຫ້ບັນດາຜູ້ແທນທີ່ເປັນແບບຢ່າງດີເດັ່ນສືບຕໍ່ຮັກສາ ແລະເສີມຂະຫຍາຍບັນດາຜົນງານບັນລຸໄດ້; ຕັ້ງໜ້າໂຄສະນາ, ຂົນຂວາຍ ແລະຈັດຕັ້ງໃຫ້ແກ່ປະຊາຊົນ, ພະນັກງານ, ນັກຮົບບັນດາອົງການ, ກົມກອງ, ທ້ອງຖິ່ນຕ່າງໆ ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ລັດ ແລະໜ້າທີ່ຂອງທ້ອງຖິ່ນ, ກົມກອງຢ່າງມີໄຊ; ພ້ອມກັບຄະນະພັກ, ອໍານາດການປົກຄອງ, ບັນດາກໍາລັງປະກອບອາວຸດກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາຍແດນ, ປົກປັກຮັກສາອໍານາດອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງຊາດໄວ້ໃຫ້ໝັ້ນຄົງ; ກໍ່ສ້າງເຂດຊາຍແດນໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.

ເນື່ອງໃນໂອກາດນີ້, ໄດ້ມີ 33 ໝູ່ຄະນະ ແລະ 4  ຄົນດີເດັ່ນໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ; 40 ໝູ່ຄະນະ ແລະ 67 ຄົນ ໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຍ້ອນມີຜົນງານດີເດັ່ນໃນການປະຕິບັດວັນທ່ົວປວງຊົນປ້ອງກັນຊາຍແດນ ໄລຍະ 2009-2019, ປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ ແລະປົກປັກຮັກສາປະເທດຊາດ.

ໂດຍ: ທູຈາງ