leftcenterrightdel
ທ່ານພົນເອກ ໂງຊວນລິກ ພ້ອມກັບການນໍາແຂວງຮ່ານາມ ແລະສະຫະພັນໃຫຍ່ແຮງງານຫວຽດນາມ ມອບຂອງຂວັນໃຫ້ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: ຈູແອງ.

ກ່າວຄໍາເຫັນອວຍພອນປີໃໝ່ພະນັກງານ, ສະມາຊິກກຳມະບານ, ຜູ້ອອກແຮງງານແຂວງຮ່ານາມ, ທ່ານພົນເອກ ໂງຊວນລິກ ຕີລາຄາສູງລາຍການ “ຕ້ອນຮັບບຸນເຕັດ” ໂດຍສະຫະພັນແຮງງານແຂວງຮ່ານາມ ຈັດຕັ້ງປະຈໍາປີ ເພື່ອແນໃສ່ຊ່ວຍກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກມີເງື່ອນໄຂຕ້ອນຮັບບຸນປີໃໝ່ຕື່ມອີກ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນບຸນເຕັດໃຫ້ບັນດາກຳມະກອນທີ່ປະສົບກັບຄວາມຫຍຸ້ງ ຍາກ. ພາບ: ຈູແອງ.

ທ່ານພົນເອກ ໂງຊວນລິກ ກໍ່ສະເໜີບັນດາສະຫາຍການນໍາພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະບັນດາອົງການ, ຄະນະ, ຂະແໜງການຂອງແຂວງຮ່ານາມ ສືບຕໍ່ມີບັນດານະໂຍບາຍເອົາໃຈໃສ່, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຂອງກຳມະບານທຸກຂັ້ນເພື່ອເບິ່ງແຍງດູແລ, ປົກປ້ອງສິດ ແລະຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ອັນເປັນຊອບທຳຂອງຜູ້ອອກແຮງງານ; ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈໃຫ້ຜູ້ອອກແຮງງານຢ່າງບໍ່ຢຸດຢັ້ງ ເພື່ອຜູ້ອອກແຮງງານມີຄວາມອຸ່ນອ່ຽນໃຈສະໜິດຕິດພັນກັບວິສາຫະກິດ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງທ້ອງຖິ່ນ ແລະປະເທດຊາດ.

ໂດຍ: ເຈິ່ນຮວ່ຽນ