ປີ 2018, ຄະນະພັກ, ກອງບັນຊາການທະຫານເຂດ 4 ໄດ້ຕັ້ງໜ້າຊີ້ນໍາ, ປະຕິບັດສໍາເລັດບັນດາເປົ້າໝາຍ, ຄາດໝາຍປີ 2018 ແລະເຄິ່ງຕົ້ນອາຍຸການ 2015-2020, ໃນນັ້ນມີບາງເນື້ອໃນພົ້ນເດັ່ນ ຄື: ຊີ້ນໍາກໍາແໜ້ນສະພາບການ, ສົມທົບກັນແກ້ໄຂບັນດາກໍລະນີເກີດຂຶ້ນຢ່າງມີປະສິດທິຜົນ, ຖືກຕ້ອງຕາມກົດໝາຍ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພໃນບໍລິເວນໄວ້ໃຫ້ໝ້ັນຄົງ; ຕັ້ງໜ້າກໍ່ສ້າງ, ຜັນຂະຫຍາຍການປະຕິບັດບັນດາແຜນຮ່າງກ່ຽວກັບການປັບປຸງອົງການຈັດຕັ້ງກໍາລັງ; ວຽກງານຝຶກແອບ, ຝຶກຊ້ອມ; ງານມະຫາກໍາກິລາຢ່າງແໜ້ນແຟ້ນ, ປອດໄພ; ວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະບາງເນື້ອໃນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໄດ້ຮັບການປະຕິບັດເປັນຢ່າງດີ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ມອບຂອງຂວັນໃຫ້ແກ່ຄະນະພັກ, ກອງບັນຊາການທະຫານເຂດ 4. ພາບ: ເລແອັງເຕິ່ນ.

ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານພົນໂທ ຟານວັນຢາງ ຮັບຮູ້, ຕີລາຄາສູງໝາກຜົນເຊິ່ງອົງຄະນະພັກ ແລະກໍາລັງປະກອບອາວຸດທະຫານເຂດ 4 ບັນລຸໄດ້ໃນປີຜ່ານມາ, ພ້ອມທັງທ່ານສະເໜີຄະນະພັກທະຫານເຂດ 4 ຄວນສຸມໃສ່ຊີ້ນໍາ, ນໍາພາປະຕິບັດບາງເນື້ອໃນ, ໜ້າທີ່ເປັນຢ່າງດີ ຄື: ສຸມໃສ່ຊີ້ນໍາ, ນໍາພາວຽກງານກໍາແໜ້ນ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນແກ້ໄຂບັນດາກໍລະນີເກີດຂຶ້ນກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນເປັນຢ່າງດີ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ມອບຂອງຂວັນໃຫ້ກອງບັນຊາການທະຫານຊາຍແດນແຂວງເງະອານ. ພາບ: ເລແອັງເຕິ່ນ.

ຕອນບ່າຍວັນດຽວກັນ, ທ່ານພົນໂທ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ກວດກາກອງບັນຊາການທະຫານຊາຍແດນແຂວງເງະອານ ແລະກອງບັນຊາການທະຫານແຂວງເງະອານ.

ໂດຍ: ທູຈາງ