ພາຍຫຼັງຢ້ຽມຢາມຖາມຂ່າວສຸຂະພາບທ່ານອະດີດເລຂາທິການໃຫຍ່, ທ່ານພົນເອກ ໂງຊວນລິກ ໄດ້ແຈ້ງໃຫ້ທ່ານ ເລຂາຟຽວ ຮັບຊາບກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ຂອງທົ່ວກອງທັບປີ 2018 ແລະແຜນການ, ໜ້າທີ່ຕົ້ນຕໍ ປີ 2019. ທ່ານພົນເອກ ໂງຊວນລິກ ອວຍພອນທ່ານ ເລຂາຟຽວ ຈົ່ງມີສຸຂະພາບເຂັ້ມແຂງ ແລະມີບັນດາຄຳເຫັນປະກອບໃຫ້ແກ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ກໍ່ສ້າງກອງທັບປະຕິວັດ,  ກອງທັບຫຼວງ, ຍອດຍ້ຽມ, ທັນສະໄໝເທື່ອລະກ້າວ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຊໍ່ດອກໄມ້ໃຫ້ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ. ພາບ: ເຈິ່ນຕ໋ວນ.
leftcenterrightdel
ອະດີດເລຂາທິການໃຫຍ່ ເລຂາຟຽວ ແລກປ່ຽນກັບທ່ານພົນເອກ ໂງຊວນລິກ. ພາບ: ເຈິ່ນຕ໋ວນ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກພ້ອມກັບທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ. ພາບ: ເຈິ່ນຕ໋ວນ.

ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ລະດົມກຳລັງໃຈຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດ; ພ້ອມທັງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຕໍ່ຖັນແຖວພະນັກງານການນຳຂອງກອງທັບໃນປະຈຸບັນ. ທ່ານ ເລຂາຟຽວ ປາດຖະໜາວ່າທົ່ວກອງທັບຈະສືບຕໍ່ຮັກສານ້ຳໃຈສາມັກຄີ, ເຫັນດີເປັນເອກະພາບກ່ຽວກັບເຈດຈຳນົງ ແລະການກະທຳ, ກໍ່ສ້າງອົງຄະນະພັກກອງທັບໃຫ້ມີຄວາມປອດໃສ, ເຂັ້ມແຂງ, ຍົກສູງລະດັບຄວາມຮູ້ໃນການເປັນເສນາທິການ, ສູ້ຮົບ, ປະຕິບັດສໍາເລັດທຸກໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້.

ໂດຍ: ວຽງຄຳ