ທີ່ການເຮັດວຽກ, ທ່ານພົນເອກ ໂງຊວນລິກ ຕີລາຄາສູງການສົມທົບກັນລະຫວ່າງກອງບັນຊາການທະຫານ ແລະກອງບັນຊາການທະຫານຊາຍແດນແຂວງກາວບັ່ງ ກັບບັນດາກໍາລັງທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ກໍ່ຄືປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນໄວ້ໃຫ້ຢ່າງໝັ້ນຄົງ, ພ້ອມທັງຮຽກຮ້ອງກໍາລັງປະກອບອາວຸດແຂວງກາວບັ່ງ ໃນໄລຍະຈະມາເຖິງສືບຕໍ່ກໍາແໜ້ນສະພາບການໃນບໍລິເວນ, ຮັກສາຫຼັກການ, ຄວາມສາມັກຄີເປັນເອກະພາບ, ຍົກສູງກໍາລັງແຮງສັງລວມ, ເພີ່ມທະວີຄວາມສະໜິດຕິດພັນກັບປະຊາຊົນ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາ ກໍາລັງທີ່ກ່ຽວຂ້ອງ, ເປັນເຈົ້າການປະຕິບັດວຽກງານເປັນເສນາທິການໃຫ້ແກ່ທ້ອງຖິ່ນກ່ຽວກັບວຽກງານປ້ອງກັນຊາດໃນສະພາບການໃໝ່ເປັນຢ່າງດີ.

leftcenterrightdel
ທ່ານ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກັບບັນດາພະນັກງານກອງບັນຊາການທະຫານແຂວງກາວບັ່ງ. ພາບ: qdnd.vn.

ເນື່ອງໃນໂອກາດນີ້, ທ່ານພົນເອກ ໂງຊວນລິກ ຊົມເຊີຍບັນດາກໍາລັງປະກອບອາວຸດແຂວງກາວບັ່ງ ໄດ້ຕັ້ງໜ້າປະຕິບັດສໍາເລັດ ວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 5; ຮຽກຮ້ອງບັນດາກົມກອງສືບຕໍ່ຊາບຊຶມ, ມີຄວາມຮັບຮູ້ຢ່າງຄົບຖ້ວນກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການເຄື່ອນໄຫວພົບປະແລກປ່ຽນ, ຈາກນັ້ນຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາຍແດນຢ່າງມີປະສິດທິຜົນ, ຮັດແໜ້ນສາຍພົວພັນສາມັກຄີ, ມິດຕະພາບກັບກໍາລັງປ້ອງກັນຊາຍແດນປະເທດເພື່ອນມິດ.

ໂດຍ: ທູຈາງ