ທີ່ພິທີເຄົາລົບທຸງ, ທຸງຊາດຂອງຫວຽດນາມ ໄດ້ປິວສະບັດພ້ອມກັບທຸງຂອງ: ສະຫະປະຊາຊາດ, ມົງໂກນ, ການາ, ອິນເດຍ, ກໍາປູເຈຍ ແລະອັງກິດ, ໄດ້ປະກອບສ່ວນຢັ້ງຢືນການເຂົ້າຮ່ວມຂອງຫວຽດນາມ ໃນພາລະກໍາຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້.

leftcenterrightdel
ທຸງຊາດຂອງຫວຽດນາມ ປິວສະບັດພ້ອມກັບທຸງຂອງສະຫະປະຊາຊາດ ແລະບັນດາປະເທດມີກໍາລັງປະຈໍາ Bentiu. ພາບ: ມິ໊ແຮ້ງ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ Hiroko Hirahara ສະແດງຄວາມຮູ້ບຸນຄຸນ, ອາໄລຫາເຖິງພະນັກງານຂອງສະຫະປະຊາຊາດທີ່ໄດ້ເສຍສະຫຼະຊີວິດໃນຂະນະທີ່ພວມປະຕິບັດງານຮັກສາສັນຕິພາບ, ລວມມີບັນດາເພື່ອນຮ່ວມກົມກອງຂອງທ່ານນາງຢູ່ລັດ Unity. ທ່ານນາງກໍ່ສະແດງຄວາມໂສກເສົ້າເສຍດາຍຕໍ່ປະຊາຊົນຊູດັງໃຕ້ ນັບຫຼາຍພັນຄົນທີ່ເສຍຊີວິດໃນການປະທະກັນ.

leftcenterrightdel
ກໍາລັງການທະຫານບັນດາປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: ມິ໊ແຮ້ງ.
leftcenterrightdel
ກໍາລັງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຂອງຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: ມິ໊ແຮ້ງ.

ທ່ານນາງ Hiroko Hirahara ຮຽກຮ້ອງວ່າ “ພວກເຮົາຈົ່ງສືບຕໍ່ເຮັດວຽກພ້ອມກັນ. ອາດເຫັນໄດ້ສັນຕິພາບພວມຢູ່ຕໍ່ໜ້າ. ພວກເຮົາພວມມີໂອກາດເພື່ອຮັບໃຊ້ສະຫະປະຊາຊາດ ແລະປະຊາຊົນຊູດັງໃຕ້. ຈົ່ງສືບຕໍ່ມານະພະຍາຍາມ ແລະຮັບໃຊ້ບັນດາຜູ້ທີ່ຕ້ອງການຄວາມໜູນຊ່ວຍຈາກພວກເຮົາ”.

ໂດຍ: ທະນາພອນ